ມີກ່ວາ 26 ລ້ານຄຳເຫັນ ທີ່ປະກອບໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ

ມີກ່ວາ 26 ລ້ານຄຳເຫັນ ທີ່ປະກອບໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ - ảnh 1
ພາບປະກອບ

(vovworld) - ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໃຫ​້ຮູ້​ວ່າ: ພາຍຫຼັງ 3 ​ເດືອນ ຜັນ​ຂະ​ຫຍາ​ຍມະຕິ​ຂອງ​ສະພາ​ແຫ່ງ​ຊາດ, ຄຳ​ສັ່ງ​ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ການຈັດ​ຕັ້ງ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະຊາຊົນ​ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບ​ປຸງ​, ​ມີ​ກ່ວາ 26 ລ້າ​ນຄຳ​ເຫັນ​​ຂອງ​ອົງການ, ອົງການ​ຈັດ​ຕັ້ງ, ສ່ວນ​ບຸກຄົນ ທີ່​ປະກອບ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ, ດ້ວຍ​ ການ​ຈັດ​ກອງ​ປະຊຸມກອງປະຊຸມ, ກອງ​ປະຊຸມ​ສຳ​ມະ​ນາ, ການ​ໂອ້​ລົມ​ສົນ​ທະ​ນາ​ຮັບ​ເອົາ​ຄຳ​ເຫັນ​ປະກອບຈຳນວນ 28.140 ຄັ້ງ. ​ໂດຍ​ພື້ນຖານ​ແລ້ວ,  ປະຊາຊົນ​ໄດ້​ເຫັນ​ດີ​ກັບ​ບັນດາ​ເນື້ອ​ໃນ​ຂອງ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ໂດຍ​ຄະນະ​ກຳມະການ​ປັບປຸງລັດຖະທຳ​ມະນູນ​ປະກາດ​, ພ້ອມ​ທັງ, ມີ​ຄຳ​ເຫັນຫຼາຍຂໍ້​​ລະອຽດ​ປະກອບໃສ່​ບັນດາ​ພາກ, ໝວດ, ມາດຕາ​ຂອງ​ຮ່າງ​ລັ​ດຖະທຳ​ມະນູນ.

ຂ່າວ/ບົດ​ອື່ນ