ມີ​ກ່​ວາ 95.000 ຄົນ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນຊອ​ກ​ຮູ້​ກ່ຽວ​ກັບ​ປະ​ຫວັດ​ສາດ​ການ​ພົວ​ພັນ​ພິ​ເສດ​ຫວຽດ​ນາມ - ລາວ ໃນ​ອາ​ທິດ​ທີ 10

(VOVWORLD) -ການແຂ່ງຂັນເພື່ອແນໃສ່ສຶກສາມູນເຊື້ອປະຕິວັດ, ເຮັດໃຫ້ປະຊາຊົນແຕ່ລະຄົນ, ເປັນຕົ້ນແມ່ນລຸ້ນໜຸ່ມສອງປະເທດມີຄວາມເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບການພົວພັນມິດຕະພາບ ແລະ ນ້ຳໃຈສາມັກຄີແບບພິເສດ ຫວຽດນາມ - ລາວ, ລາວ - ຫວຽດນາມ ໃນວິວັດການຕໍ່ສູ້ປົດປ່ອຍຊາດ ແລະ ສ້າງສັງຄົມນິຍົມຢູ່ແຕ່ລະປະເທດ.

ຕາມຂໍ້ມູນຈານຄະນະຈັດຕັ້ງການແຂ່ງຂັນ “ຊອກຮູ້ປະຫວັດສາດການພົວພັນພິເສດ ຫວຽດນາມ - ລາວ, ລາວ - ຫວຽດນາມ” ປີ 2022, ໃນອາທິດແຂ່ງຂັນທີ 10 (ນັບແຕ່ເວລາ 16 ໂມງຂອງວັນທີ 15 ສິງຫາ 2022 ຫາເວລາ 15 ໂມງຂອງວັນທີ 22 ສິງຫາ ປີ 2022), ມີ ກ່ວາ 95.000 ຄົນເຂົ້າຮ່ວມການແຂ່ງຂັນດ້ວຍ 427.300 ເທື່າຄົນ. ການແຂ່ງຂັນໄດ້ຈັດຂຶ້ນຕາມຮູບແບບປະລາໄນທາງໄກ ປະຈຳອາທິດ ໃນສື່ເອກເລັກໂຕນິກ ພັກກອມມູນິດ ຫວຽດນາມ, ສື່ສັງຄົມອອນລາຍ VCNET ແລະ ບັນດາອົງການສື່ມວນຊົນຕ່າງໆ ໃນໄລຍະເວລາ 12 ອາທິດ, ນັບແຕ່ວັນທີ 13 ມິຖຸນາ 2022 ຫາວັນທີ 5 ກັນຍາ 2022.

ການແຂ່ງຂັນເພື່ອແນໃສ່ສຶກສາມູນເຊື້ອປະຕິວັດ, ເຮັດໃຫ້ປະຊາຊົນແຕ່ລະຄົນ, ເປັນຕົ້ນແມ່ນລຸ້ນໜຸ່ມສອງປະເທດມີຄວາມເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບການພົວພັນມິດຕະພາບ ແລະ ນ້ຳໃຈສາມັກຄີແບບພິເສດ ຫວຽດນາມ - ລາວ, ລາວ - ຫວຽດນາມ ໃນວິວັດການຕໍ່ສູ້ປົດປ່ອຍຊາດ ແລະ ສ້າງສັງຄົມນິຍົມຢູ່ແຕ່ລະປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ