ມຸ່ງ​ໄປ​ສູ່​​ການຮັບ​ຮອງ​​ເຂດ​ປູ​​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ ໄຕ​ເຊີນເທື້ອງ​​ດ້າວ ​ເປັນເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ລະດັບຊາດ ພິ​ເສດ

(VOVWORLD) -ທ່ານ ລັດຖະມົນຕີ ຫງວຽນວັນຮຸ່ງ ຕີລາຄາວ່າ ເຂດສະຖານ ບູຮານຄະດີຍຸກດ້າກູ້ ຣົກຕຶງ ມີຄຸນຄ່າອັນໃຫຍ່ຫຼວງທາງດ້ານປະຫວັດສາດ, ວັດທະນະທຳ, ເປັນຕົ້ນແມ່ນສຳລັບປະຫວັດຄວາມເປັນມາຂອງມະນຸດ.
ມຸ່ງ​ໄປ​ສູ່​​ການຮັບ​ຮອງ​​ເຂດ​ປູ​​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ ໄຕ​ເຊີນເທື້ອງ​​ດ້າວ ​ເປັນເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ລະດັບຊາດ ພິ​ເສດ - ảnh 1ທ່ານ ຫງວຽນວັນຮຸ່ງ ລັດຖະມົນຕີກະຊວງວັດທະນະທຳ - ກິລາ ແລະ ທ່ອງທ່ຽວໄປສຳຫຼວດເຂດສະຖານ ບູຮານຄະດີຍຸກດ້າກູ້ ຣົກຕຶງ

ວັນທີ 15 ພຶດສະພາ, ທ່ານ ຫງວຽນວັນຮຸ່ງ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ໄດ້ລົງຢ້ຽມຢາມ ເຂດສະຖານ ບູຮານຄະດີຍຸກດ້າກູ້ ຣົກຕຶງ ແລະ ເຂດປູຊະນີຍະສະຖານປະຫວັດສາດ - ວັດທະນະທຳ ໄຕເຊີນ ເທື້ອງດ້າວ ຢູ່ເທດສະບານ ອານເຄ, ແຂວງ ຢາລາຍ.

ທ່ານ ລັດຖະມົນຕີ ຫງວຽນວັນຮຸ່ງ ຕີລາຄາວ່າ ເຂດສະຖານ ບູຮານຄະດີຍຸກດ້າກູ້ ຣົກຕຶງ ມີຄຸນຄ່າອັນໃຫຍ່ຫຼວງທາງດ້ານປະຫວັດສາດ, ວັດທະນະທຳ, ເປັນຕົ້ນແມ່ນສຳລັບປະຫວັດຄວາມເປັນມາຂອງມະນຸດ. ກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຈະໜູນຊ່ວຍໃຫ້ແຂວງ ຢາລາຍ ຍົກສູງຄຸນຄ່າຂອງເຂດປູຊະນີຍະສະຖານປະຫວັດສາດ - ວັດທະນະທຳ ໄຕເຊີນເທື້ອງດ້າວ, ມານະພະຍາຍາມເພື່ອຮັບຮອງເປັນເຂດປູຊານີຍະສະຖານປະຫວັດສາດ - ວັດທະນະທຳລະດັບຊາດ ພິເສດ ເທື່ອລະກ້າວ.

ຕອບກັບ

ຂ່າວ/ບົດ​ອື່ນ