ມຸ່ງໄປເຖິງປະຊາຄົມອາຊຽນເຂັ້ມແຂງແລະພັດທະນາແບບຍືນຍົງ

ມຸ່ງໄປເຖິງປະຊາຄົມອາຊຽນເຂັ້ມແຂງແລະພັດທະນາແບບຍືນຍົງ - ảnh 1
ທ່ານ​ນາງ​ລັດຖະມົນຕີ​ວ່າການ​ກະຊວງ​
ສາທາລະນະ​ສຸກຫວຽດນາມ ຫງວຽນ​ທິກິມຕຽນ
(ພາບປະກອບ)


(vovworld) – ຕອນ​ເຊົ້າ​ວັນ​ທີ 14/09, ຢູ່​ນະຄອນ​ດ່າ​ລາດ, ​ແຂວງ​ເລີມ​​ດົ່ງ, ​ໄດ້​ຈັດ​ກອງ​ປະຊຸມ​ບັນດາ​ເຂົ້າ​ໜ້າ​ທີ່​ຂັ້ນ​ສູງ​ກ່ຽວ​ກັບ​ການ​ພັດທະນາ​ສາທາ​ລະນະ​ສຸກ​ຄັ້ງ​ທີ 10 ຂອງ​ອາ​ຊຽນ (SOMHD), ດ້ວຍ​ການ​​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 150 ທ່ານ, ທີ່​ມາ​ຈາກ 10 ປະ​ເທດ​ອາ​ຊຽນ, ຈີນ, ສ.​ເກົາຫຼີ, ຍີ່ປຸ່ນ ​ແລະ ບາງ​ປະ​ເທດ​ພັດທະນາ. ກ່າວ​ຄຳ​ເຫັນ​​ໄຂ​ກອງ​ປະຊຸມ, ທ່ານ​ນາງ​ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກຫວຽດນາມ ຫງວຽນ​ທິກິມຕຽນ, ຊີ້ແຈ້​ງວ່າ.

        “ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ສຳຄັນ​ຂອງ​ບັນດາ​ເຂົ້າ​ໜ້າ​ທີ່​ຂັ້ນ​ສູງ​ກ່ຽວ​ກັບ​ການ​ພັດທະນາ​ດ້ານ​ສາທາລະນະ​ສຸກ​ອາ​ຊຽນ ທີ່​ກອງ​ປະຊຸມ​ຄັ້ງ​ທີ 10 ນີ້ ​ແມ່ນ​ພ້ອມ​ກັນ​ປຶກສາ​ຫາລື, ​​ເປັນ​​ເອກະ​ພາບກັນກ່ຽວ​ກັບ​ກົນ​ໄກ​ເຄື່ອນ​ໄຫວ​ຂອງ​ການ​ຮ່ວມ​ມື​ດ້ານ​ສາທາ​ລະນະ​ສຸກອາ​ຊຽນ, ຂອງ​ບັນດາກຸ່ມ​ປະຕິບັດ​ງານ​ວິຊາ​ສະ​ເພາະ​ໃນ​ໄລ​ຍະ 2015 – 2020 ​ຍືນ​ສະ​ເໜີ​ຕໍ່​ກອງປະຊຸມລັດຖະມົນຕີ​ສາທາລະນະ​ສຸກ​ອາ​ຊຽນ ຄັ້ງ​ທີ 13 ​ເພື່ອ​ຮັບຮອງ​ເອົາ. ຂ້າພະ​ເຈົ້າ​ຫວັງ​ວ່າ, ກອງ​ປະຊຸມ​ຈະ​ຍົກ​ອອກ​ບັນດາ​ຂໍ້​ສະ​ເໜີ​ແນະ ກ່ຽວ​ກັບ​ກົນ​ໄກຮ່ວມ​ມື​ໃໝ່​ຢ່າງ​ມີ​ປະສິດທິ​ຜົນ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຫຼາຍ​ຢ່າງ​ໃຫ້​ແກ່​ປະຊາຊົນ​ບັນດາ​ປະ​ເທດ.”

ຂ່າວ/ບົດ​ອື່ນ