ມຸ່ງໄປເຖິງໜ້າປະຫວັດສາດໃໝ່ໃນການພົວພັນຕ່າງປະເທດອາຊຽນ-ອາຟະລິກາໃຕ້

(VOVWORLD) -ວັນທີ 19 ພະຈິກ, ຢູ່ສຳນັກງານກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນອາຟະລິກາໃຕ້ (DIRCO), Pretoria, ປະເທດອາຟະລິກາໃຕ້

ມຸ່ງໄປເຖິງໜ້າປະຫວັດສາດໃໝ່ໃນການພົວພັນຕ່າງປະເທດອາຊຽນ-ອາຟະລິກາໃຕ້ - ảnh 1 ມຸ່ງໄປເຖິງໜ້າປະຫວັດສາດໃໝ່ໃນການພົວພັນຕ່າງປະເທດອາຊຽນ-ອາຟະລິກາໃຕ້

(ພາບ: TTXVN)

ສະຖານທູດບັນດາປະເທດຄື: ຫວຽດນາມ, ມາເລເຊຍ, ຟີລິບປິນ, ໄທ ແລະ ບັນດາອົງການທີ່ມີໜ້າທີ່ຂອງອາຟະລິກາໃຕ້ ໄດ້ຈັດພິທີສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງອາຟະລິກາໃຕ້ ແລະ 4 ປະເທດອາຊີຕາເວັນອອກນີ້.

        ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານເອກອັກຄະລັດຖະທູດ Anil Sooklal, ຮອງຫົວໜ້າກົມໃຫຍ່ກົມອາຊີ ແລະ ຕາເວັນອອກກາງ, ສັງກັດກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນອາຟະລິກາໃຕ້, ຖືວ່າ ການພົວພັນດ້ານການເມືອງລະຫວ່າງອາຟະລິກາໃຕ້ ກັບບັນດາປະເທດອາຊຽນ ແມ່ນແໜ້ນແຟ້ນ, ແຕ່ການພົວພັນທາງດ້ານເສດຖະກິດຍັງບໍ່ທັນພັດທະນາຢ່າງແຮງ. ອາຟະລິກາໃຕ້ ສາມາດຮ່ຳຮຽນເອົາບົດຮຽນຜ່ານຜ່າວິກິດການທາງດ້ານເສດຖະກິດ ແລະ ຮັກສາລະດັບເຕີບໂຕພັດທະນາທີ່ໜ້າປະທັບໃຈຂອງພາກພື້ນອາຊຽນ. ອາຟະລິກາໃຕ້ ກໍ່ຄວນຂຸດຄົ້ນກາລະໂອກາດການມີໜ້າຂອງສະຖານທູດ 7 ປະເທດອາຊຽນ ທີ່ຂະຫຍັນຂັນເຄື່ອນທີ່ສຸດຢູ່ປະເທດທາງພາກໃຕ້ອາຟະລິກາ ນີ້ ເພື່ອຊຸກຍູ້ການຮ່ວມມື ບໍ່ພຽງແຕ່ 2 ຝ່າຍເທົ່ານັ້ນ, ຫາກລະຫວ່າງພາກພື້ນ ແລະ ປະຊາຄົມພັດທະນາທາງພາກໃຕ້ອາຟະລິກາ (SADC) ແລະ ອາຊຽນ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ