ມີຊາວ ຫວຽດນາມ 2 ຄົນຖືກຈັດເຂົ້າບັນຊີລາຍຊື່ 100 ນັກວິທະຍາສາດ ອາຊີ

(VOVWORLD) - ຕາມວາລະສານດັ່ງກ່າວແລ້ວ, ນີ້ແມ່ນບັນດາຜູ້ຕາງໜ້າດີທີ່ສຸດຂອງ ອາຊີ ເພື່ອແນະນຳເຖິງປະຊາຄົມວິທະຍາສາດສາກົນກ້ວາງໃຫຍ່...

ວາລະສານ Asian Scientist (ສິງກະໂປ) ຫາກໍ່ປະກາດບັນຊີລາຍຊື່ “100 ນັກວິທະຍາສາດ ອາຊີ ປີ 2018” (Asian Scientist 100), ເຊີດຊູຊື່ສຽງບັນດານັກວິທະຍາສາດແຖວໜ້າໃນພາກພື້ນ, ທີ່ມີຜົນງານປະກອບສ່ວນໃນຫຼາຍຂົງເຂດຄົ້ນຄ້ວາ. ຕາມວາລະສານດັ່ງກ່າວແລ້ວ, ນີ້ແມ່ນບັນດາຜູ້ຕາງໜ້າດີທີ່ສຸດຂອງ ອາຊີ ເພື່ອແນະນຳເຖິງປະຊາຄົມວິທະຍາສາດສາກົນກ້ວາງໃຫຍ່ ແລະ ຜົນງານຂອງເຂົາເຈົ້າຈະແມ່ນແຫຼ່ງບັນດານໃຈ.ໃຫ້ບັນດານັກວິທະຍາສາດໜຸ່ມ ເພື່ອມຸ່ງໄປເຖິງຜົນງານດີເລີດໃນຂົງເຂດວິທະຍາສາດ.

        ປີນີ້, ຫວຽດນາມ ມີຜູ້ຕາງໜ້າ 2 ຄົນຖືກຈັດເຂົ້າບັນຊີລາຍຊື່ດັ່ງກ່າວ, ນັ້ນແມ່ນສາດສະດາຈານ, ປະລິຍາເອກ ຟານແທງເຊີນນາມ (ມະຫາວິທະຍາໄລຊັບພະວິຊານະຄອນ ໂຮ່ຈີມິນ) ໄດ້ຮັບການເຊີດຊູໃນຂົງເຂດເຄມີສາດ ແລະ ຮອງສາດສະດາຈານ, ປະລິຍາເອກ ຫງວຽນຊູມ (ມະຫາວິທະຍາໄລ ກູຍເຍີນ) ໄດ້ຮັບການເຊີດຊູໃນຂົງເຂດຄະນິດສາດ.

ຕອບກັບ

ຂ່າວ/ບົດ​ອື່ນ