ມີຊາວປາແລດສະຕີນຖືກບາດເຈັບຍ້ອນການປະທະກັນກັບກຳລັງອິດສະຣາແອນ

ມີຊາວປາແລດສະຕີນຖືກບາດເຈັບຍ້ອນການປະທະກັນກັບກຳລັງອິດສະຣາແອນ - ảnh 1
ກຳລັງ​ຕຳຫຼວດ ອິດສະຣາ​ແອນ ​ເວນຍາມ​ຢູ່​ບັນດາ​ປະຕູ​ເຂົ້າ​ເຂດ​ວິຫານ​
(ພາບ: AFP/TTXVN)

(vovworld) - ຢ່າງ​ໜ້ອຍ​ສຸດ​ກໍ່​ມີ​ຊາວ ປາ​ແລດ​ສະຕີ​ນ 18 ຄົນ​ຖືກ​ບາດ​ເຈັບ​ຢູ່​ເຂດ​ວິຫານ​ອິດສະ​ລາມ Al-Aqsa ​ເມື່ອ​ການ​ປະ​ທະ​ກັນລະຫວ່າງ ປາ​ແລດ​ສະຕີ​ນ ກັບບັນດາ​ກຳລັງ ອິດສະຣາ​ແອນ ທີ່​ພວມ​ປ້ອງ​ກັນ​ສາສະ​ນິກະ​ຊົນ​ຊາວ​ຢີວນັບ​ຮ້ອຍ​ຄົນ​ເຂົ້າ​ຮ່ວມ​ພິທີ​ກິນ​ເຈ Tisha Bav ລະ​ເບີດ​ຂຶ້ນ. ບັນດາ​ຕົວ​ພະຍານ​ໃຫ້​ຮູ້​ວ່າ, ​ເຂົາ​ເຈົ້າ​ໄດ້​ເຫັນ​ຊາວ ອິດສະ​ລາ​ແອນ ​ດຳ​ເນີນ​ພິທີຂອງ​ຊາ​ວຢີວຢູ່​ໃນ​ເຂດ​ວິຫານ ​ແລະ ການ​ກະທຳ​ນີ້​ໄດ້​ລະ​ເມີດ​ບັນດາ​ຂໍ້​ຕົກລົງ​ທີ່​ມີ​ມາ​ແຕ່​ດົນ​ນານ​ກ່ຽວກັບ​ເລື່ອງ​ຊາວ ອິດສະຣາ​ແອນ ບໍ່​ໄດ້​ດຳ​ເນີນ​ພິທີ​ຢູ່​ທີ່​ນີ້. ກຳລັງ​ຕຳຫຼວດ ອິດສະຣາ​ແອນ ​ເວນຍາມ​ຢູ່​ບັນດາ​ປະຕູ​ເຂົ້າ​ເຂດ​ວິຫານ​ໄດ້​ຈຳກັດ​ບັນດາ​ສາສະ​ນິກະ​ຊົນ​ອິດສະ​ລາມ​ເຂົ້າສວດ​ມົນ​ພາວະນາ. ​ໂຄສົກ​ກຳລັງ​ຕຳຫຼວດ ອິດສະຣາ​ແອນ Luba an-Samri ​ໃຫ້​ຮູ້, ມີ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ 304 ຄົນ ​ໄດ້​ເຂົ້າ​ຢ້ຽມຢາມ​ເຂດ​ວິຫານ​ນີ້​ໃນ​ຕອນ​ເຊົ້າ​ວັນ​ທີ 13/8 ​ແລະ ນັກ​ທ່ອງ​ທ່ຽວຊາວ​ຢີວ 7 ຄົນ ຖືກ​ກີດຂວາງ​ໄວ້, ພາຍຫຼັງ​ເຂົາ​ເຈົ້າ​ລະ​ເມີດ​ບັນດາ​ຫຼັກການ​ຢູ່​ເຂດ​ວິຫານ​ດັ່ງກ່າວ.

 

ຂ່າວ/ບົດ​ອື່ນ