ມົດສະກູກ່າວເຕືອນISມີກົນອຸບາຍລອບຈັບຕົວພົນລະເມືອງລັດເຊຍຢູ່ຕວກກີ

ມົດສະກູກ່າວເຕືອນISມີກົນອຸບາຍລອບຈັບຕົວພົນລະເມືອງລັດເຊຍຢູ່ຕວກກີ - ảnh 1
(ພາບ​ປະ​ກອບ: AFP)

(vovworld) –​ ​ວັນ​ທີ 27/01, ອົງ​ການ​ທ່ອງ​ທ່ຽວ​ສະ​ຫະ​ພັ​ນ​ລັດ​ເຊ​ຍ ໄດ້​ປະ​ກາດ​ຄຳ​ກ່າ​ວ​ເຕືອນ ​ກ່ຽວ​ກັບເລື່ອງ​ບັນ​ດາ​ພາກ​ສ່ວນ​​ຕໍ່​ສູ້​ເພື່ອ​ສາ​ສະ​ໜາ​ຂຶ້ນ​ກັບ​ອົງ​ການ​ລັດ​ອິດ​ສະ​ລາມ (IS) ອ້າງ​ຊື່​ເອງ ພວມ​ສ້າງ​ແຜນ​ການ​ລອບ​ຈັບ​ຕົວ​ພົນ​ລະ​ເມືອງ​ຂອງ​ປະ​ເທດນີ້​ຢູ່​ຕວກ​ກີ. ແຈ້ງ​ການ​ໃຫ້​ຮູ້​ວ່າ, ຕາມ​ແຫຼ່ງ​ຂ່າວ​ຈາກ​ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ, ບັນ​ດາ​ຫົວ​​ໂປ​ຂອງ​ກຸ່ມກໍ່​ການ​ຮ້າຍ IS ພວມ​ມີ​ແຜນ​ການ​ລອບຈັບ​ຕົວ​ພົນລະ​ເມືອງ​ລັດ​ເຊຍ ຢູ່​ຕວກ​ກີ ເປັນ​ຕົວ​ປະ​ກ​ັ​ນ, ຫຼັງ​ຈາກນັ້ນ​ຈະ​ນຳ​ເຂົາ​ເຈົ້າ​​ໄປ​ຍັງ​ເຂດ​ດິນ​ແດນ​ໂດຍ IS ຄວບ​ຄຸມ ແລ້ວ​ປະ​ຕິ​ບັດການ “ປະ​ຫານ​ຊີ​ວິດ​ຢ່າງ​ເປີດ​ເຜີຍ”. ຊ້ຳ​ບໍ່​ໜຳ, ບັນ​ດາ​ຕ​ົວ​ປະ​ກັນ​ເຫຼົ່າ​ນີ້​ຈະ​ຖືກ​ໃຊ້ “ເປັນ​ແ​ຜ່ນ​ກຳ​ບັງ” ຕ້ານ​ຄືນ​ລັດ​ຖະ​ບານ​ຊີ​ຣີ ແລະ ບັນ​ດາ​ກຳ​ລັງ​ສຳ​ພັນ​ທະ​ມິດ.

ຂ່າວ/ບົດ​ອື່ນ