ມົດສະກູຫວັງວ່າສະພາບການຢູ່ຊີຮີ ຈະໄດ້ຮັບການແກ້ໄຂຜ່ານການເຈລະຈາ

ມົດສະກູຫວັງວ່າສະພາບການຢູ່ຊີຮີ ຈະໄດ້ຮັບການແກ້ໄຂຜ່ານການເຈລະຈາ - ảnh 1
ປະທານາທິບໍດີ Dmitri Medvedev, ລັດຖະມົນຕີການຕ່າງປະເທດ Sergui Lavrov
ແລະທີ່ປຶກສາ Sergei Prikhodko ປຶກສາກ່ຽວກັບບັນຫາ Syria -
(ພາບ: AFP/TTXVN
)

(vovworld) - ວັນ​ທີ 25/3, ກ່ອນ​ການ​ພົບ​ປະ​, ປຶກສາ​ຫາລື​ກັບ​ທູດ​ສະຫະ​ປະຊາ​ຊາດ - ສະຫະພັນ ອາ​ຮັບ KofiAnnan ຢູ່​ມົດ​ສະ​ກູ, ທີ່​ປຶກສາ​ດ້ານ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ປະທານາທິບໍດີ​ລັດ​ເຊຍ ທ່ານ Sergei Prikhodko, ​ໃຫ້​ຮູ້​ວ່າ, ບຸລິ​ມາ​ສິດ​ຂອງ​ລັດ​ເຊຍ​ໃນ​ບັນຫາ​ຊີ​ຮີ ​ແມ່ນ​ໄກ່​ເກ່ຍ​ຝ່າຍຕ່າງໆ​​ແກ້​ໄຂ​ວິ​ກິດ​ການ​ຢູ່​ຊີ​ຮີ ດ້ວຍ​ມາດ​ຕະການ​ສັນຕິພາບ. ກ່ອນ​ໜ້າ​ນັ້ນ, ລັດ​ເຊຍ ​ພ້ອມ​ກັບ​ຈີນ ​ໄດ້​ປະຕິ​ເສດ​ມະຕິ​ສະບັບ​ໜຶ່ງ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ເພື່ອ​ແນ​ໃສ່​ກໍ່​ຄວາມດັນ​ໃຫ້​ແກ່​ທ່ານ​ປະທານາ ທິບໍດີ​ຊີ​ຮີ  Bashar al – Assad ​ເພາະ​ຖື​ວ່າ, ມະຕິ​ນີ້​ບໍ່​ສາມາດ​ເຮັດ​ໃຫ້​ກຳລັງ​ຝ່າຍ​ຄ້ານ​ຂອງ​ທ່ານ Assad ຢຸດຕິ​ການ​ສູ້​ຮົບ​ໄດ້. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ລັດ​ເຊຍ​ໄດ້​ສະໜັບສະໜູນ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ​ທ່ານ KofiAnnan ​ໃນ​ບົດບາດ​ເປັນ​ທູດ​ສາກົນ.

ຂ່າວ/ບົດ​ອື່ນ