ມື້ທຳອິດຂອງການເລືອກ ຕັ້ງປະທານາທິບໍດີ ອີຢີບໄດ້ດຳເນີນໄປ ດ້ວຍດີ
ຜູ້ມີສິດເລືອກຕັ້ງປ່ອນບັດຢູ່ອີຢີບ
(ພາບ: Hoàng Chiến/TTXVN)
(vovworld)- ຕອນຄ່ຳວັນທີ 26/5 ຕາມເວລາທ້ອງຖິ່ນ, ມື້ທຳອິດໃນວິວັດການເລືອກຕັ້ງປະທານາທິບໍດີຢູ່ອີຢີບ ໄດ້ສິ້ນສຸດລົງ. ຕາມການຕີລາຄາໃນເບື້ອງຕົ້ນ, ວິວັດການດັ່ງກ່າວໄດ້ດຳເນີນໄປດ້ວຍດີ ດ້ວຍຈຳນວນຜູ້ມີສິດເລືອກຕັ້ງເຂົ້າຮ່ວມເປັນຈຳນວນຫຼາຍ ແລະ ເປັນລະບຽບ. ພິເສດ, ບໍ່ເກີດການບຸກໂຈມຕີທີ່ຮ້າຍແຮງຄັ້ງໃດ ແນໃສ່ສະຖານທີ່ປ່ອນບັດ. ແຕ່ເຖິງແນວນັ້ນກໍ່ຕາມ, ຢູ່ບາງທ້ອງຖິ່ນ, ການແຫ່ຂະບວນປະທ້ວງຄັດຄ້ານການເລືອກຕັ້ງ ແລະ ການປະທະກັນຂະໜາດນ້ອຍລະຫວ່າງຜູ້ແຫ່ຂະບວນປະທ້ວງ ແລະ ກຳລັງປ້ອງກັນຄວາມສະຫງົບຍັງເກີດຂຶ້ນຢູ່. ສື່ມວນຊົນອີຢີບ ຢັ້ງຢືນວ່າ: ມື້ທຳອິດຂອງການປ່ອນບັດໄດ້ປະສົບຜົນສຳເລັດ ແລະ ການເລືອກຕັ້ງໄດ້ກາຍເປັນວັນບຸນຂອງປະຊາຊົນປະເທດນີ້ຢ່າງແທ້ຈິງ.