ມີນັກການເມືອງພັກສາທາລະນະອອກສະໝັກເລືອກຕັ້ງເປັນປະທານາທິບໍດີອາເມລິກາປີ2016

ມີນັກການເມືອງພັກສາທາລະນະອອກສະໝັກເລືອກຕັ້ງເປັນປະທານາທິບໍດີອາເມລິກາປີ2016 - ảnh 1
ຜູ້​ວ່າການ​ລັດ Ohio, ທ່ານ John Kasich
(ພາບ: Reuters)


​​(vovworld) - ວັນ​ທີ 21/07, ຜູ້​ວ່າການ​ລັດ Ohio, ທ່ານ John Kasich ​ໄດ້​ກາຍ​ເປັນ​ນັກ​ການ​ເມືອງ​ຜູ້​ທີ 16 ຂອງ​ພັກສາ​ທາ​ລະນະ​ຖະ​ແຫຼ​ງວ່າ ຈະ​ອອກ​ສະ​ໝັກ​​​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​ອາ​ເມ​ລິ​ກາ ປີ 2016.

        ທ່ານ John Kasich ອາຍຸ 63 ປີ, ​​ດຳລົງ​ຕຳ​ແໜ່​ງຜູ້​ວ່າການ​ລັດ Ohio ​​​2 ອາ​ຍຸການ. ​ໃນ​ຈຸດ​ເວລາ​ນີ້, ທ່ານ Kasich ຢື່ນອັນ​ດັບ​ທີ 12 ​ໃນ​ຈຳນວນ 16 ຜູ້​​ອອກ​ສະ​ໝັກເລືອກ​ຕັ້ງຂອງ​ພັກສາ​ທາ​ລະນະ ​ແລະ ​ໄດ້​ຮັບ​ຄຳ​ເຫັນສະໜັບສະໜູນ 1,5%.

ຂ່າວ/ບົດ​ອື່ນ