ມີນັກການເມືອງອີກຜູ້ໜຶ່ງຂອງພັກປະຊາທິປະໄຕຖະແຫຼງອອກສະໝັກເລືອກຕັ້ງເປັນປະທານາທິບໍດີ

ມີນັກການເມືອງອີກຜູ້ໜຶ່ງຂອງພັກປະຊາທິປະໄຕຖະແຫຼງອອກສະໝັກເລືອກຕັ້ງເປັນປະທານາທິບໍດີ - ảnh 1
ອະດີດ​ຜູ້​ວ່າການ​ລັດ Rhode Island Lincoln Chafee
(ພາບ: Getty Images)

(vovworld) - ວັນ​ທີ 3/6, ອະດີດ​ຜູ້​ວ່າການ​ລັດ Rhode Island Lincoln Chafee ​ໄດ້​ກາຍ​ເປັນ​ນັກ​ການ​ເມືອງ​ອີກ​ຜູ້​ໜຶ່ງ​ຂອງ​ພັກ​ປະຊາທິປະ​ໄຕ​ຖະ​ແຫຼ​ງອອກ​ສະໝັກ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​ໃນ​ປີ 2016. ກ່າວ​ຄວາມ​ເຫັນ​ທີ່​ມະຫາວິທະຍາ​ໄລ George Mason ຢູ່​ລັດ Virgina ​ວັນ​ທີ 3/6, ອະດີດ​ຜູ້​ວ່າການ​ລັດ Lincoln Chafee ​ເວົ້າ​ວ່າ “ຂ້າພະ​ເຈົ້າ​ອອກ​ສະໝັກ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີຢ່າງ​ເປັນ​ທາງ​ການ. ຂ້າພະ​ເຈົ້າຢາກ​ຮັບ​ມື​ກັບ​ການ​ທ້າ​ທາຍ​ເຊິ່ງປະ​ເທດ​ ອາ​ເມ​ລິ​ກາ ພວ​ມຕ້ອງ​ປະ​​ເຊີນ​ໜ້າ”. ທ່ານ ​ Lincoln Chafee, ອາຍຸ 62 ປີ, ​ເຄີຍ​ເປັນ​ສະມາຊິກ​ສະພາ​ສູງ​ຂອງ​ພັກສາ​ທາ​ລະນະ​ ​ໃນ​​ໄລຍະ 8 ປີ (1999 – 2007, ຫຼັງ​ຈາກ​ນັ້ນ, ປີ 2010, ກາຍ​ເປັນ​ນັກ​ການ​ເມ​ືອງ​ເອກະລາດ​ອອກ​ສະ​ໝັກ​ເລືອກ​ຕັ້ງ​ເປັນ​ຜູ້​ວ່າການ​ລັດ Rhode Island. ປີ 2013, ​ເຊິ່ງ​ແມ່ນ​ປີ​ສຸດ​ທ້າຍ​ດຳລົງ​ຕຳ​່​ແໜ່​ງ​ຜູ້​ວ່າການ​ລັດ Rhode Island, ທ່ານ Lincoln Chafee ກາຍ​ເປັນ​ສະມາຊິກ​ຂອງ​ພັກ​ປະຊາທິປະ​ໄຕ.

ຂ່າວ/ບົດ​ອື່ນ