ມີ​ນັກ​ສະ​ລະ​ປິນ ກ່​ວາ 200 ຄົນ​ທັງ​ຢູ່​ພ​າຍ​ໃນ ແລະ ຕາງ​ປະ​ເທດ ເຂົ້າ​ຮ່ວມ​ງານ​ມະ​ຫາ​ລ​ານ​ດົນ​ຕີ ອາ​ຊຽນ 2022

(VOVWORLD) -ຕອນຄ່ຳວັນທີ 19 ທັນວາ, ຢູ່ນະຄອນ ໂຮ້ຍອານ, ແຂວງ ກ໋ວາງນາມໄດ້ ໄຂງານມະໂຫລານດົນຕີ ອາຊຽນ - 2022.
ມີ​ນັກ​ສະ​ລະ​ປິນ ກ່​ວາ 200 ຄົນ​ທັງ​ຢູ່​ພ​າຍ​ໃນ ແລະ ຕາງ​ປະ​ເທດ ເຂົ້າ​ຮ່ວມ​ງານ​ມະ​ຫາ​ລ​ານ​ດົນ​ຕີ ອາ​ຊຽນ 2022 - ảnh 1ລາຍການສະແດງສິລະປະມີຫົວຂໍ້ຍ້ອງຍໍຊົມເຊີຍຄວາມງາມຂອງປະເທດຊາດ, ປະຊາຊົນ ແລະ ວັດທະນະທຳບັນດາປະເທດ ໃນພາກພື້ນ ອາຊຽນ

ງານມະໂຫລານໄດ້ດຳເນີນໃນລະຫວ່າງວັນທີ 19 – 24 ທັນວາ, ດ້ວຍການເຂົ້າຮ່ວມຂອງນັກສິລະປິນ ກ່ວາ 200 ຄົນທີ່ມາຈາກກອງສິລະປະກອນ 10 ແຫ່ງ ທັງຢູ່ພາຍໃນ ແລະ 4 ກອງສິລະປະກອນຂອງ ລາວ, ກຳປູເຈຍ, ມຽນມາ ແລະ ມາເລເຊຍ. ເຫດການເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືໃນຂົງເຂດວັດທະນະທຳ, ສິລະປະ ລະຫວ່າງ ຫວຽດນາມ ແລະ ບັນດາປະເທດພາຍໃນພາກພື້ນ ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງການສ້າງຕັ້ງ ອາຊຽນ (1967 - 2022).

ກ່າວຄຳເຫັນໄຂພິທີ, ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ ກ໋ວາງນາມ ເຈິ່ນກວັນເຕິນໃຫ້ຮູ້ວ່າ: ງານມະໂຫລານແມ່ນກາລະໂອກາດ ໃຫ້ແກ່ບັນດາກອງສິລະປະກອນ, ບັນດານັກສິລະປິນ ຂອງ ຫວຽດນາມ ຮັບຮູ້ສິ່ງຍອດສິ່ງທາງສິລະປະ ຂອງບັນດາປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ແມ່ນກາລະໂອກາດໃຫ້ແກ່ແຂວງກ໋ວາງນາມໃນການໂຄສະນາທ່ອງທ່ຽວ:

        ງານມະໂຫລານດົນຕີ ອາຊຽນ - 2022 ແມ່ນຂົວເຊື່ອມຕໍ່ເພື່ອໃຫ້ແຂວງກ໋ວາງນາມໂຄສະນ, ແນະນຳບັນດາຄຸນຄ່າທາງດ້ານວັດທະນະທຳເປັນວັດຖຸ, ບໍ່ເປັນວັດຖຸ ແລະ ບັນດາຜະລິດຕະພັນການທ່ອງທ່ຽວທີ່ເປັນເອກະລັກ, ໃໝ່ອ່ຽມໄປຮອດເພື່ອນມິດ, ແຂກທ່ອງທ່ຽວຢູ່ໄກ.

        ພາຍຫຼັງພິທີໄຂ, ຄະນະສິລະປະກອນ ຂອງປະເທດ ສປປ.ລາວ ໄດ້ເຂົ້າຮ່ວມລາຍການທຳອິດຢູ່ ງານມະໂຫລານດົນຕີ ອາຊຽນ - 2022 ດ້ວຍລາຍການສະແດງສິລະປະສັງລວມ ລວມມີເຄື່ອງດົນຕີຊະນິດຕ່າງໆ ດ້ວຍວິຖີ, ປະເພດດົນຕີທີ່ແຕກຕ່າງກັນ, ມີການສົມທົບລະຫວ່າງ ປະເພນີ ແລະ ທັນສະໄໝ.

ຕອບກັບ

ຂ່າວ/ບົດ​ອື່ນ