ມູນ​ເຊື້ອ​ມະ​ຫາ​ສາ​ມັກ​ຄີສ້າງ​ເປັນ​ກຳ​ລັງ​ແຮງ​ອັນ​ໃຫຍ່ຫຼວງ

(VOVWORLD) -ທ່ານນາຍົກລັດຖະມົນຕີ ກໍ່ຕີລາຄາສູງ ບັນດາການປະກອບສ່ວນຂອງ ແນວໂຮມປະເທດຊາດ ຫວຽດນາມໃນຜົນງານການພັດທະນາລວມຂອງປະເທດຊາດ, ຢັ້ງຢືນວ່າ ແນວໂຮມປະເທດຊາດຫວຽດນາມແມ່ນສັນຍາລັກຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ເປັນຂົວເຊື່ອມຕໍ່ທີ່ໜ້າໄວ້ເນື້ອເຊື່ອໃຈຂອງປະຊາຊົນກັບບັນດາຄະນະພັກ, ອຳນາດການປົກຄອງທຸກຂັ້ນ.
ມູນ​ເຊື້ອ​ມະ​ຫາ​ສາ​ມັກ​ຄີສ້າງ​ເປັນ​ກຳ​ລັງ​ແຮງ​ອັນ​ໃຫຍ່ຫຼວງ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວຄຳເຫັນທີພິທີ (ພາບ: mattran.org

ເນື່ອງໃນໂອກາດສະເຫຼີມສະຫຼອງ 89 ປີ ແຫ່ງວັນມູນເຊື້ອແນວໂຮມປະເທດຊາດ ຫວຽດນາມ (18 ພະຈິກ 1930 – 18 ພະຈິກ 2019), ຕອນຄ່ຳວັນທີ 18 ພະຈິກ, ຢູ່ໝູ່ບ້ານວັດທະນະທຳບັນດາເຜົ່າ ຫວຽດນາມ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມວັນບຸນ “ມະຫາສາມັກຄີທົ່ວປວງຊົນທັງຊາດ” ແລະ ໄຂສັບປະດາ “ມະຫາສາມັກຄີບັນດາເຜົ່າ - ມໍລະດົກວັດທະນະທຳ ຫວຽດນາມ”.

        ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ ໃນສະພາບການປັດຈຸບັນ, ການປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃຫ້ໝັ້ນຄົງທະນົງແກ່ນ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳ ແລະ ຊາວ ຫວຽດນາມແມ່ນ ມີຄວາມໝາຍສຳຄັນທີ່ສຸດ, ເປັນໜ້າທີ່ຂອງລະບົບການເມືອງແຕ່ຂັ້ນສູນກາງລົງຮອດ ຂັ້ນຮາກຖານ. ທ່ານກ່າວວ່າ:

        ແຫຼ່ງກຳລັງແຮງໃຫຍ່ທີ່ສຸດຂອງ ປະເທດຊາດແມ່ນ ພໍ່ແມ່ພີ່ນ້ອງປະຊາຊົນທັງຢູ່ພາຍໃນ ແລະ ຕ່າງປະເທດທັງໝົດ 54 ຊົນເຜົ່າອ້າຍນ້ອງດ້ວຍພົນລະເມືອງ 100 ລ້ານຄົນ. ມູນເຊື້ອມະຫາສາມັກຄີ, ເປັນຈິດໜຶ່ງໃຈດຽວໄດ້ສ້າງເປັນກຳລັງແຮງອັນໃຫຍ່ຫຼວງບໍ່ພຽງແຕ່ຢູ່ໃນບັນດາການຕໍ່ສູ້ປົດປ່ອຍປະເທດຊາດ, ຮັກສາຜືນແຜ່ນດິນອັນຄົບຖ້ວນໃນໄລຍະກ່ອນເທົ່ານັ້ນ ຫາກຍັງນຳ ປະເທດຊາດ ຫວຽດນາມຫຼຸດພົ້ນອອກຈາກໄພຫຼ້າສະໄໝໃນການພັດທະນາ, ຫຼຸດພົ້ນອອກຈາກສະພາບປະເທດທຸກຍາກກາຍເປັນປະເທດມີລາຍຮັບປານກາງໃນປັດຈຸບັນ.

ທ່ານນາຍົກລັດຖະມົນຕີ ກໍ່ຕີລາຄາສູງ ບັນດາການປະກອບສ່ວນຂອງ ແນວໂຮມປະເທດຊາດ ຫວຽດນາມໃນຜົນງານການພັດທະນາລວມຂອງປະເທດຊາດ, ຢັ້ງຢືນວ່າ ແນວໂຮມປະເທດຊາດຫວຽດນາມແມ່ນສັນຍາລັກຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ເປັນຂົວເຊື່ອມຕໍ່ທີ່ໜ້າໄວ້ເນື້ອເຊື່ອໃຈຂອງປະຊາຊົນກັບບັນດາຄະນະພັກ, ອຳນາດການປົກຄອງທຸກຂັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ