ມີປະມານ 300.000 ຄອບຄົວປູກເຂົ້າຢູ່ 3 ແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ເຂົ້າຮ່ວມການຫລຸດຜ່ອນປ່ອຍອາຍພິດເຮືອນແກ້ວ

(VOVWORLD) - ກົມປູກຝັງ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ສົມທົບກັບອົງການພັດທະນາໂຮນລັງ (SNV) ຈັດຕັ້ງກອງປະຊຸມສຳມະນາເລີ່ມເຄື່ອນໄຫວ ໂຄງການລະດັບຊາດ “ຫັນປ່ຽນລະບົບມູນຄ່າເຂົ້າສານ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ມຸ່ງໄປເຖິງການພັດທະນາແບບຍືນຍົງຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ” (TRVC).
ມີປະມານ 300.000 ຄອບຄົວປູກເຂົ້າຢູ່ 3 ແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ເຂົ້າຮ່ວມການຫລຸດຜ່ອນປ່ອຍອາຍພິດເຮືອນແກ້ວ - ảnh 1ກອງປະຊຸມສຳມະນາເມື່ອວັນທີ 26 ກໍລະກົດ (ພາບ: TTXVN)

ວັນທີ 26 ກໍລະກົດ, ຢູ່ນະຄອນ ເກີ່ນເທີ, ກົມປູກຝັງ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ສົມທົບກັບອົງການພັດທະນາໂຮນລັງ (SNV) ຈັດຕັ້ງກອງປະຊຸມສຳມະນາເລີ່ມເຄື່ອນໄຫວ ໂຄງການລະດັບຊາດ “ຫັນປ່ຽນລະບົບມູນຄ່າເຂົ້າສານ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ມຸ່ງໄປເຖິງການພັດທະນາແບບຍືນຍົງຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ” (TRVC). ທ່ານ ຫງວຽນຍືເກື່ອງ, ຫົວໜ້າກົມປູກຝັງ, ສັງກັດກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ:

        “ຄາດວ່າ, ໂຄງການຈະຜັນຂະຫຍາຍຢູ່ 3 ແຂວງ ອານຢາງ, ກຽນຢາງ, ດົ່ງທາບ. ນີ້ແມ່ນ 3 ແຂວງມີເນື້ອທີ່ການຜະລິດເຂົ້າສານຈຸດສຸມຂອງແຂວງ, ນະຄອນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ການຜັນຂະຫຍາຍໂຄງການຢູ່ເຂດນີ້ຈະສ້າງກຳລັງໜູນ, ຮູບແບບເພື່ອຈາກນັ້ນສາມາດພັດທະນາ ແລະ ທະວີຄູນບັນດາເຂດຜະລິດຢູ່ທົ່ວເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ຜ່ານນັ້ນ, ບັນດາລາຍການ, ໂຄງການນີ້ດ້ວຍການເຂົ້າຮ່ວມຂອງພາກເອກະຊົນ, ຈະສ້າງກຳລັງໜູນເພື່ອໜູນຊ່ວຍການພັດທະນາເຂົ້າສານຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໃຫ້ມີປະສິດທິຜົນ, ປະສິດທິພາບ ແລະ ຫລຸດຜ່ອນການປ່ອຍອາຍພິດເຮືອນແກ້ວ”

ຕອບກັບ

ຂ່າວ/ບົດ​ອື່ນ