ມີຜູ້ຮັບສະໝັກເລືອກຕັ້ງອີກຄົນໜຶ່ງເຂົ້າຮ່ວມການຫາສຽງເລືອກຕັ້ງປະທານາທິບໍດີ ອາເມລິກາ

(VOVWORLD) -ທ່ານ Moulton ພັດສ້າງຄວາມສົນໃຈໄດ້ ໂດຍຜ່ານການທ້າທາຍບັນດາພື້ນຖານຂອງພັກປະຊາທິປະໄຕ.
ມີຜູ້ຮັບສະໝັກເລືອກຕັ້ງອີກຄົນໜຶ່ງເຂົ້າຮ່ວມການຫາສຽງເລືອກຕັ້ງປະທານາທິບໍດີ ອາເມລິກາ - ảnh 1ທ່ານ Seth Moulton, ອາຍຸ 40 ປີ, ເປັນສະມາຊິກລັດຖະສະພາ ພັກ ປະຊາທິປະໄຕ ຕາງໜ້າໃຫ້ແກ່ລັດ Massachusetts (ພາບ: Boston Herald)

ວັນທີ 22 ເມສາ, ທ່ານ Seth Moulton, ອາຍຸ 40 ປີ, ເປັນສະມາຊິກລັດຖະສະພາ ພັກ ປະຊາທິປະໄຕ ຕາງໜ້າໃຫ້ແກ່ລັດ Massachusetts ທັງແມ່ນນັກຮົບເກົ່າໃນສົງຄາມ ອີຣັກ ໄດ້ປະກາດເຂົ້າຮ່ວມການແຂ່ງຂັນເລືອກຕັ້ງເຂົ້າຕໍາແໜ່່ງ ປະທານາທິບໍດີ ອາເມລິກາ ໃນປີ 2020. ທ່ານ Moulton ບໍ່ໄດ້ຮັບການຕີລາຄາສູງໃນການແຂ່ງຂັນນີ້. ເຖິງຢ່າງໃດກໍຕາມ, ທ່ານ Moulton ພັດສ້າງຄວາມສົນໃຈໄດ້ ໂດຍຜ່ານການທ້າທາຍບັນດາພື້ນຖານຂອງພັກປະຊາທິປະໄຕ.

        ໃນເທບວິດີໂອໜຶ່ງ ໂດຍຖັນແຖວຂົນຂວາຍການຫາສຽງເລືອກຕັ້ງ ລົງໃນ ຢູທູບ, ທ່ານ Moulton ໄດ້ເນັ້ນໜັກວ່າ ສະພາບການແບ່ງແຍກມາເປັນທົດສະວັດ ໄດ້ພັງທະລາຍພື້ນຖານປະຊາທິປະໄຕ ແລະ ສຽງເວົ້າຂອງປະຊາຊົນ ອາເມລິກາ. ຕາມທ່ານແລ້ວ, ສາເຫດທີ່ເຂົ້າຮ່ວມການແຂ່ງຂັນເລືອກຕັ້ງເຂົ້າທໍານຽບຂາວ ແມ່ນ ຢາກ “ຕີປະລາໄຊ” ທ່ານປະທານາທິບໍດີ ອາເມລິກາ Donald Trump. ທ່ານກໍໃຫ້ຮູ້ວ່າ ທ່ານຢາກແກ້ໄຂບັນຫາການປ່ຽນແປງຂອງດິນຟ້າອາກາດ,  ກໍຄື ຊຸກຍູ້ພື້ນຖານເສດຖະກິດ ອາເມລິກາ ຜ່ານການປັບປຸງເຕັກໂນໂລຢີສູງ ແລະ ບັນດາຂະແໜງຜະລິດທີ່ກ້າວໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ