ມີຜູ້ແທນເກືອບ 1.000 ຄົນເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມຊາວກະສິກອນ ຫວຽດນາມ ຄັ້ງທີ VIII, ອາຍຸການ 2023 – 2028

(VOVWORLD) - ໃນມື້ເຮັດວຽກທຳອິດນີ້, ກອງປະຊຸມໄດ້ຮັບຟັງຮ່າງບົດລາຍງານປະເມີນຜົນຂອງຄະນະບໍລິຫານງານ ສູນກາງສະມາຄົມຊາວ ກະສິກອນ ຫວຽດນາມ ຊຸດທີ VII, ຮັບຟັງການລາຍງານຂໍ້ສະເໜີແນະກ່ຽວກັບການປັບປຸງ
ມີຜູ້ແທນເກືອບ 1.000 ຄົນເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມຊາວກະສິກອນ ຫວຽດນາມ ຄັ້ງທີ VIII, ອາຍຸການ 2023 – 2028 - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
(ພາບ:Minh Long/VOV)

ຕອນເຊົ້າວັນທີ 25 ທັນວາ, ຢູ່ສູນກອງປະຊຸມແຫ່ງຊາດ ຢູ່ນະຄອນຫຼວງ ຮ່າໂນ້ຍ, ຜູ້ແທນ 995 ຄົນ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມຊາວກະສິກອນ ຫວຽດນາມ ຄັ້ງທີ VIII, ອາຍຸການ 2023 – 2028 ໄດ້ກ້າວເຂົ້າສູ່ມື້ເຮັດວຽກທຳອິດ.

        ໃນມື້ເຮັດວຽກທຳອິດນີ້, ກອງປະຊຸມໄດ້ຮັບຟັງຮ່າງບົດລາຍງານປະເມີນຜົນຂອງຄະນະບໍລິຫານງານ ສູນກາງສະມາຄົມຊາວ ກະສິກອນ ຫວຽດນາມ ຊຸດທີ VII, ຮັບຟັງການລາຍງານຂໍ້ສະເໜີແນະກ່ຽວກັບການປັບປຸງ, ເພີ່ມເຕີມກົດລະບຽບຂອງສະມາຄົມຊາວກະສິກອນ ຫວຽດນາມ ແລະ ຮ່າງກົດລະບຽບຂອງສະມາຄົມຊາວກະສິກອນ ຫວຽດນາມ ສະບັບປັບປຸງ; ຮັບຟັງການປະກາດຂໍ້ຕົກລົງສ້າງຕັ້ງບັນດາສູນປຶກສາຫາລື ແລະ ແນະນຳການປຶກສາຫາລື.

        ກ່ອນທີ່ກ້າວເຂົ້າສູ່ມື້ເຮັດວຽກທຳອິດ, ບັນດາຜູ້ແທນເຂົ້າຮ່ວກອງປະຊຸມໃຫຍ່ໄດ້ໄປວາງພວງມາລາ ແລະ ເຂົ້າຄຳນັບສຸສານອາໄລຫາປະທານ ໂຮ່ຈີມິນ; ຖະຫວາຍທູບທຽນ ອາໄລຫາບັນດານັກຮົບວິລະຊົນ, ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດຢູ່ອະນຸສາວາລີ ບັກເຊີນ, ບາດິ່ງ, ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ