ມີຜູ້ແຫ່ຂະບວນປະທ້ວງນັບຮ້ອຍໆຄົນຄັດຄ້ານຂໍ້ຕົກລົງສັນຕິພາບກັບອິດສະຣາແອນ

ມີຜູ້ແຫ່ຂະບວນປະທ້ວງນັບຮ້ອຍໆຄົນຄັດຄ້ານຂໍ້ຕົກລົງສັນຕິພາບກັບອິດສະຣາແອນ - ảnh 1
ມີຜູ້ແຫ່ຂະບວນປະທ້ວງນັບຮ້ອຍໆຄົນຄັດຄ້ານຂໍ້ຕົກລົງສັນຕິພາບກັບອິດສະຣາແອນ
(ພາບ: xinhuanet)

(vovworld)- ວັນ​ທີ 28/10, ​ຢູ່ຈໍ​ແດນ ​ມີ​ນັບ​ຮ​ອ້ຍໆ​ຄົນ​ໄດ້​ລົງ​ຖະ​ຫນົນ​ແຫ່​ຂະ​ບວນ​ປະ​ທ້ວງ ຮ​ຽກ​ຮ້ອງ​ຍົກ​ເລີກ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ​ຊື່ງ​ໄດ້​ລົງ​ນາມ​ກັບ ອິດ​ສະ​ຣາ​ແອນ ກ່ອນນີ້ 22 ປີ ເມ​ື່ອ​ວັນ​ທີ 26/10/1994 ແຕ່​ຖືກ​ຄັດ​ຄ້ານ​ຈາກປະ​ຊາ​ຊົນ​ປະ​ເທດນີ້​ສ່ວນ​ຫລາຍ. ໃນ​ການ​ແຫ່​ຂະ​ບວນ​ປະ​ທ້ວງ​ຢູ່​ນະ​ຄອນ​ຫລວງ Amman ໃນ​ວັນ​ທີ 28/10, ບັນ​ດາ​ຜູ້​ແຫ່​ຂະ​ບວນ​ໄດ້ອອກ​ສຽງ​ໂຮ່​ຮ້ອງຕາມ​ຄຳ​ຂວັນ​ຄັດ​ຄ້ານ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ​ດັ່ງ​ກ່າວ. ບັນ​ດາ​ຜູ້​ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນ​ປະ​ທ້ວງ​ລວມ​ມີ ບັນ​ດາ​ສະ​ມາ​ຊິກ​ຂອງ​ບັນ​ດາສະ​ມາ​ພັນ ແລະ ພັກ​ການ​ເມືອງ​ຈຳ​ນວນ​ຫນຶ່ງ. ເຂົາ​ເຈົ້າ​ເລັ່ງ​ລັດ ລັດ​ຖະ​ບານ ຢຸດ​ຕິ​ການ​ພົວ​ພັນ​ກັບ ອິດ​ສະ​ຣາ​ແອນ ພ້ອມ​ທັງ​ຮຽກ​ຮ້ອງ​ຢຸດ​ຕິ​ທຸກ​ສັນ​ຍາ​ນຳ​ເຂົ້າ​ອາຍ​ແກ​ສ​ ຈາກ ອິດ​ສະ​ຣາ​ແອນ ຊື່ງ ຈໍ​ແດນ ຫາ​ກໍ​ລົງ​ນາມ​ໃນ​ເດືອນ​ຜ່ານ​ມາ.
ຂ່າວ/ບົດ​ອື່ນ