ມີພົນລະເມືອງຫວຽດນາມໃນເຫດ 39 ຄົນເສຍຊີວິດໃນລົດຂົນສົ່ງ container ຢູ່ອັງກິດ

(VOVWORLD) -ຕຳຫຼວດເຂດ Essex, ປະເທດອັງກິດ ໃຫ້ຮູ້ວ່າ, ມາຮອດຈຸດເວລານີ້, ເຂົາເຈົ້າເຊື່ອໝັ້ນວ່າ ໃນຈຳນວນ 39 ຄົນທີ່ເສຍຊີວິດໃນລົດຂົນສົ່ງ container ຢູ່ອັງກິດ ແມ່ນມີຊາວຫວຽດນາມ.

ມີພົນລະເມືອງຫວຽດນາມໃນເຫດ 39 ຄົນເສຍຊີວິດໃນລົດຂົນສົ່ງ container ຢູ່ອັງກິດ - ảnh 1 ນີ້ແມ່ນເຫດການມະນຸດສະທຳຮ້າຍແຮງທີ່ສຸດ

(ພາບປະກອບ: AFP/TTXVN)

ໃນຖະແຫຼງການປະກາດໃນຕອນຄ່ຳວັນທີ 01 ພະຈິກ (ຕາມເວລາທ້ອງຖິ່ນ), ຕຳຫຼວດເຂດ Essex, ປະເທດອັງກິດ ໃຫ້ຮູ້ວ່າ, ມາຮອດຈຸດເວລານີ້, ເຂົາເຈົ້າເຊື່ອໝັ້ນວ່າ ໃນຈຳນວນ 39 ຄົນທີ່ເສຍຊີວິດໃນລົດຂົນສົ່ງ container ຢູ່ອັງກິດ ແມ່ນມີຊາວຫວຽດນາມ. ປະຈຸບັນ, ຕຳຫຼວດພວມຕິດຕໍ່ໂດຍກົງກັບບາງຄອບຄົວຢູ່ຫວຽດນາມ ແລະ ອັງກິດ ແລະ ໄດ້ຮັບການຢັ້ງຢືນຈາກຍາດຕິພີ່ນ້ອງຂອງຜູ້ຖືກເຄາະຮ້າຍບາງຄົນ. ຕຳຫຼວດ ເຂດ Essex ຈະສືບຕໍ່ສົມທົບກັບອົງການນິຕິເວດສາດລາຊະອານາຈັກອັງກິດ, ອົງການອາດຊະຍາກຳແຫ່ງຊາດ, ພ້ອມກັບລັດຖະບານອັງກິດ ແລະ ຫວຽດນາມ ໃນວິວັດການສືບສວນ ແລະ ຢັ້ງຢືນຊື່ນາມສະກຸນບັນດາຜູ້ຖືກເຄາະຮ້າຍ.

        ວັນທີ 02 ພະຈິກ, ກ່າວຄຳເຫັນກ່ຽວກັບເຫດການດັ່ງກ່າວ, ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ຢືນຢັນວ່າ, ນີ້ແມ່ນເຫດການມະນຸດສະທຳຮ້າຍແຮງທີ່ສຸດ. ຫວຽດນາມ ກ່າວປະນາມຢ່າງຮຸນແຮງບັນດາການກະທຳຄ້າມະນຸດ, ຖືນີ້ແມ່ນອາດຊະຍາກຳທີ່ຮ້າຍແຮງ ແລະ ຕ້ອງລົງໂທດຢ່າງສົມເຫດສົມຜົນ. ທ່ານນາງ ເລທິທູຮັ່ງ, ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ເລື່ອງອັງກິດ, ບັນດາອົງການທີ່ກ່ຽວຂ້ອງ ແລະ ທ້ອງຖິ່ນຂອງອັງກິດ ໄດ້ສະໜອງຂໍ້ມູນຢັ້ງຢືນຊື່ນາມສະກຸນ ແລະ ສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມ ຢ່າງແໜ້ນແຟ້ນໃນໄລຍະຜ່ານມາ. ຫວຽດນາມ ຫວັງວ່າ ຝ່າຍອັງກິດ ຈະສຳເລັດການສືບສວນໂດຍໄວ ແລະ ລົງໂທດບັນດາຜູ້ຕ້ອງຮັບຜິດຊອບກ່ຽວກັບເຫດການດັ່ງກ່າວ.

        ຕອນເຊົ້າວັນທີ 02 ພະຈິກ, ໃນສື່ສັງຄົມອອນລາຍ Twitter ສ່ວນຕົວ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ສະແດງ “ຄວາມເສົ້າສະຫຼົດໃຈຢ່າງສຸດຊື້ງ” ຕໍ່ຂໍ້ມູນຂ່າວທີ່ວ່າ ໃນຈຳນວນຜູ້ເສຍຊີວິດ 39 ຄົນໃນເຫດດັ່ງກ່າວມີຊາວຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ