ມໍ​ລະ​ດົກ​ເຊິ່ງ ປະ​ທານ​ໂຮ່​ຈີ​ມິນ ປະ​ໄວ້​ໃຫ້​ມີ​ລັກ​ສະ​ນະ ກວມ​ລວມ, ມີ​ຄຸນ​ຄ່າ​ຍຸກ​ສະ​ໄໝ ແລະ ຮັກ​ສາ​ໄດ້​ລັກ​ສະ​ນະ​ສະ​ຖາ​ນະ​ການ​

(VOVWORLD) -ທ່ານຮອງ ລັດຖະມົນຕີ ຮ່າກິມງອກ ຢັ້ງຢືນວ່າ ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ  ຫວຽດນາມ ພວມຢຶດໝັ້ນປະຕິບັດຄວາມຫວັງຂອງເພິ່ນໃຫ້ປະກົດຜົນເປັນຈິງ, ນັ້ນແມ່ນ “ນຳເອົາເອກະລາດມາໃຫ້ຊາດ”, “ນຳເອົາຊີວິດທີ່ມີຄວາມເສລີພາບ, ຄວາມອີມໜຳສຳລານ, ສົມບູນພູມສຸກຢ່າງແທ້ຈິງມາໃຫ້ປະຊາຊົນໝົດທຸກຄົນ”.
ມໍ​ລະ​ດົກ​ເຊິ່ງ ປະ​ທານ​ໂຮ່​ຈີ​ມິນ ປະ​ໄວ້​ໃຫ້​ມີ​ລັກ​ສະ​ນະ ກວມ​ລວມ, ມີ​ຄຸນ​ຄ່າ​ຍຸກ​ສະ​ໄໝ ແລະ ຮັກ​ສາ​ໄດ້​ລັກ​ສະ​ນະ​ສະ​ຖາ​ນະ​ການ​ - ảnh 1ປະທານໂຮ່ຈີມິນ (ພາບ: TTXVN)

ໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນຊາດປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ກໍ່ແມ່ນໂອກາດສະເຫຼີມສະຫລອງ 35 ປີ (1987 - 2022) ແຫ່ງວັນສະມັດຊາໃຫຍ່ ອົງການຈັດຕັ້ງການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງ ສປຊ (UNESCO) ອອກມະຕິເຊີດຊູປະທານໂຮ່ຈີມິນ ແມ່ນ “ນັກວິລະຊົນປົດປ່ອຍຊາດ, ນັກວັດທະນະທຳທີດີເລີດຂອງ ຫວຽດນາມ”. ຕາມທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ຮ່າກິມງອກ ແລ້ວ, ມະຕິດັ່ງກ່າວແມ່ນພະຍາກຫຼັກຖານພິສູດໃຫ້ເຫັນຢ່າງຈະແຈ້ງ, ຢັ້ງຢືນຄວາມຖືກຕ້ອງ, ເປັນທຳຂອງພາລະກິດແຫ່ງການປົດປ່ອຍຊາດ ຂອງ ຫວຽດນາມ, ແມ່ນການຮັບຮູ້ຂອງປະຊາຄົມສາກົນ ຕໍ່ການປະກອບສ່ວນອັນຍິ່ງໃຫຍ່ຂອງປະທານໂຮ່ຈີມິນ ຕໍ່ພາລະກິດແຫ່ງການຕໍ່ສູ້ຂອງມວນມະນຸດ.

ທ່ານຮອງ ລັດຖະມົນຕີ ຮ່າກິມງອກ ຢັ້ງຢືນວ່າ ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ  ຫວຽດນາມ ພວມຢຶດໝັ້ນປະຕິບັດຄວາມຫວັງຂອງເພິ່ນໃຫ້ປະກົດຜົນເປັນຈິງ, ນັ້ນແມ່ນ “ນຳເອົາເອກະລາດມາໃຫ້ຊາດ”, “ນຳເອົາຊີວິດທີ່ມີຄວາມເສລີພາບ, ຄວາມອີມໜຳສຳລານ, ສົມບູນພູມສຸກຢ່າງແທ້ຈິງມາໃຫ້ປະຊາຊົນໝົດທຸກຄົນ”.

ຕອບກັບ

ຂ່າວ/ບົດ​ອື່ນ