ມີວິສາຫະກິດກວ່າ 1.000 ແຫ່ງຂອງ ຫວຽດນາມ ເຂົ້າຮ່ວມການສົ່ງອອກສິນຄ້າໃນໂອກາດບຸນເຕັດປີມະໂລງ

(VOVWORLD) - ຍອດມູນຄ່າສິນຄ້າສົ່ງອອກ - ນຳເຂົ້າຂອງທົ່ວປະເທດຄາດວ່າບັນລຸ 1,41 ຕື້ USD
ມີວິສາຫະກິດກວ່າ 1.000 ແຫ່ງຂອງ ຫວຽດນາມ ເຂົ້າຮ່ວມການສົ່ງອອກສິນຄ້າໃນໂອກາດບຸນເຕັດປີມະໂລງ - ảnh 1ຍອດມູນຄ່າສົ່ງອອກ - ນຳເຂົ້າຂອງທົ່ວປະເທດຄາດວ່າບັນລຸ 82,56 ຕື້ USD
(ພາບ: ຮ່ວາງຮຸ່ງ)

        ວັນທີ 20 ກຸມພາ, ກົມໃຫຍ່ພາສີໃຫ້ຮູ້ວ່າ, ຕາມການສະຖິຕິໃນເບື້ອງຕົ້ນ ໃນໂອກາດບຸນເຕັດປີມະໂລງ (ແຕ່ວັນທີ 08 – 14 ກຸມພາ), ມີວິສາຫະກິດກວ່າ 1.000 ແຫ່ງໃນທົ່ວປະເທດໄດ້ເຂົ້າຮ່ວມການສົ່ງອອກສິນຄ້າ.

        ຍອດມູນຄ່າສິນຄ້າສົ່ງອອກ - ນຳເຂົ້າຂອງທົ່ວປະເທດຄາດວ່າບັນລຸ 1,41 ຕື້ USD, ໃນນັ້ນ, ຍອດມູນຄ່າສົ່ງອອກສິນຄ້າບັນລຸ 0,73 ຕື້ USD ແລະ ຍອດມູນຄ່ານຳເຂົ້າສິນຄ່າບັນລຸ 0,68 ຕື້ USD. ນັບແຕ່ວັນທີ 01 ມັງກອນ ຮອດວັນທີ 14 ກຸມພາ 2024, ຍອດມູນຄ່າສົ່ງອອກ - ນຳເຂົ້າຂອງທົ່ວປະເທດຄາດວ່າບັນລຸ 82,56 ຕື້ USD, ເພີ່ມຂຶ້ນເກືອບ 17,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

        ນັບແຕ່ຕົ້ນປີນີ້ຮອດວັນທີ 14 ກຸມພາ, ການຄ້າຂອງ ຫວຽດນາມ ບັນລຸມູນຄ່າສົ່ງອອກເກີນດຸນກວ່າ 5,1 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ