ມີວິສາຫະກິດກວ່າ300ແຫ່ງຖືກຈັດອັນດັບຫນຶ່ງກ່ຽວກັບການຮັບສະໝັກຄົນງານໃນປີ2013

ມີວິສາຫະກິດກວ່າ300ແຫ່ງຖືກຈັດອັນດັບຫນຶ່ງກ່ຽວກັບການຮັບສະໝັກຄົນງານໃນປີ2013 - ảnh 1
ກຳມະກອນຢູ່ບໍລິສັດຢາງພາລາ ມີລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ບັນລຸ 9 ລ້ານ​ດົງ/​ເດືອນ
photo:dddn.com.vn


(vovworld)-  ມີ ວິ​ສາ​ຫະກິດ​ກວ່າ 300 ​ແຫ່ງ​ຖືກ​ຈັດ​ເຂົ້າ​ບັນຊີ​ລາຍ​ຊື່​ບັນດາ​ວິ​ສາ​ຫະກິດ​ບໍ່​ພຽງ​ແຕ່​ນຳ​ຫນ້າ​ກ່ຽວ​ກັບ​ການ​ຮັບ​ສະຫມັກ​ຄົນ​ງານຫລາຍ​ກວ່າ​ໝູ່​ເທົ່າ​ນັ້ນ ຫາກຍັງ​ແມ່ນ​ບັນດາ​ຫົວຫນ່ວຍ​ມີ​ນະ​ໂຍບາຍ​ໃຫ້​ແກ່​ຄົນ​ງານ​ດີ​ທີ່​ສຸດ​ໃນ​ປີ 2013 ອີກ​ດ້ວຍ. ນຳ​ຫນ້າ ​ແມ່ນ​ກຸ່ມ​ບໍລິສັດ​ອຸດສາຫະກຳ​ຢາງພາລາ​ຫວຽດນາມ ດ້ວຍ​ການ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ງານ​ກວ່າ 130.000 ຄົນ​, ​ໃນ​ນັ້ນ ມີ​ ​ຊົນ​ເຜົ່າສ່ວນ​ຫນ້ອຍ 30.000 ຄົນ. ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ບັນລຸ 9 ລ້ານ​ດົງ/​ເດືອນ. ຢືນ​ອັນ​ດັບ 2 ​ແມ່ນ​ກຸ່ມ​ບໍລິສັດ​ນຳ້ມັນ​ອາຍ​ແກ​ສ ຫວຽດນາມ, ດ້ວຍ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ງານ​ກວ່າ 60.000 ຄົນ, ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ແມ່ນ 20 ລ້ານ​ດົງ/​ເດືອນ​ໃນ​ປີຜ່ານມາ. ​

ການຈັດ​ອັນ​ດັບ​ບັນດາ​ວິ​ສາ​ຫະກິດ​ນຳ​ຫນ້າ​ໃນ​ການ​ຮັບ​ສະຫມັກ​ຄົນ​ງານ​ຢູ່​ຫວຽດນາມ ຖືກ​ຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປີ 2013 ​ແລະ ຈະ​ຖືກ​ຈັດ​ຂຶ້ນ​ປະຈຳ​ປີ.

ຂ່າວ/ບົດ​ອື່ນ