ມີວິສາຫະກິດຫວຽດນາມເກືອບ140ແຫ່ງເຂົ້າຮ່ວມງານຕະຫຼາດນັດອາຊຽນ - ຈີນຄັ້ງທີ13


ມີວິສາຫະກິດຫວຽດນາມເກືອບ140ແຫ່ງເຂົ້າຮ່ວມງານຕະຫຼາດນັດອາຊຽນ - ຈີນຄັ້ງທີ13 - ảnh 1
ງານ​ຕະຫຼາດນັດ​ອາ​ຊຽນ - ຈີນ​ຄັ້ງ​ທີ 12
(ພາບ: ແທງຕູງ) 


(vovworld) - ງານ​ຕະຫຼາດນັດ​ອາ​ຊຽນ - ຈີນ​ຄັ້ງ​ທີ13 (CAEXPO 2016) ຈະ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່​ໜາມ​ໜິງ, ​ເຂດ​ປົກຄອງ​ດ້ວຍ​ຕົນ​ເອງ​ຈວາງ, ​ແຂ​ວງ ກວາງ​ສີ, ປະ​ເທ​ດ ຈີນ ​ໃນ​ຕອນ​ເຊົ້າ​ວັນ​ທີ 11/9. ນີ້​ແມ່ນ​ເຫດການ​ແລກປ່ຽນ​ດ້ານ​ການ​ຄ້າ​ທີ່​ມີ​ຂອບ​ຂະໜາດ​ໃຫຍ່, ​ເຊິ່ງຖືກ​ຈັດ​ຕັ້ງ​ປະຈຳ​ປີ, ​ເພື່ອ​ແນະນຳ​ບັນດາ​ຜະລິດ​ຕະພັນ ​ແລະ ການ​ບໍລິການ​ທີ່​ມີ​ທ່າ​ແຮງ​ຂອງ ຈີນ ​ແລະ ບັນດາ​ປະ​ເທດ ອາ​ຊຽນ. ພິ​ເສດ, ຫວຽດນາມ ​ໃນ​ບົດບາດ​ເປັນ “ປະ​ເທດ​ກິ​ຕິ​ມະ​ສັກ“ ຢູ່ CAEXPO 2016 ຈະ​ມີ​ກາລະ​ໂອກາດ​ດຶງດູດ​ຄວາມ​ສົນ​ໃຈ​ຈາກ​ບັນດາລຸກຄ້າ​ສາກົນກວ່າ​ອີກ ​ແລະ ມີ​ແງ່​ຫວັງ​ເປີດ​ກວ້າງ​ຢູ່​ບັນດາ​ຕະຫຼາດ​ໃໝ່. ຮ້ານ​ວາງສະ​ແດງ​​ແຫ່ງ​ຊາດ ດ້ວຍ ຫົວ​ຂໍ້​ວ່າ “ນະຄອນ​ທີ່​ສວຍ​ງາມ“ຂອງ ຫວຽດນາມ ຈະ​ນຳ​ເອົາ​ສານ​ທີ່​ວ່າ “ບວນມາທວດ - ​ເມືອງ​ເອກ​ຂອງ​ກາ​ເຟອາຊີ“ ​ໄດ້​ແນະນຳ​ກ່ຽວ​ກັບ​ວັດທະນະທຳທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ ​ໄຕ​ງວຽນ ກໍ່​ຄື​ບັນດາ​ເລື່ອງ​ລາວ​ກ່ຽວ​ກັບ ກາ​ເຟຂອງ ຫວຽດນາມ, ນີ້​ບໍ່​ພຽງ​ແຕ່​ໂຄສະນາ​ວັດທະນະທຳ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ພື້ນຖານ​ເພື່ອ​ພັດທະນາ​ໜຶ່ງ​ໃນ​ບັນດາຜະລິດ​ຕະພັນປາຍ​ແຫຼມ​ຂອງ​ປະ​ເທດ​ຊາດ. ​ເຂົ້າ​ຮ່ວມ​ CAEXPO 2016, ຫວຽດນາມ​ມີ 137 ວິ​ສາ​ຫະກິດ​ທີ່​ມາ​ຈາກ 19 ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ, ​ເຊິ່ງ​ໄດ້​ວາງສະ​ແດງ​ສິນຄ້າ​ຢູ່ 237 ຮ້ານ, ດ້ວຍ​ເນື້ອ​ທີ່​ທັງ​ໝົດ​ແມ່ນ​ກວ່າ 5.000 ຕາ​ແມັດ.

 

ຂ່າວ/ບົດ​ອື່ນ