ມີສາ​ຂາ​ບໍ​ລິ​ສັດ​ທ່ອງ​ທ່ຽວ​ສາ​ກົນຫຼາຍ​ແຫ່ງ ຈະ​ມາຊອກ​ຮູ້​ຢູ່ ບ່​າ​ເຣ້ຍ - ຫວູງ​ເ​ຕົ່າ

(VOVWORLD) - ສະເພາະໃນເດືອນກໍລະກົດນີ້, ທາງແຂວງ ໄດ້ຕ້ອນຮັບແຂກທ່ອງທ່ຽວຫຼາຍກວ່າ 1,4 ລ້ານເທື່ອຄົນ, ເພີ່ມຂຶ້ນ 24% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. 
ມີສາ​ຂາ​ບໍ​ລິ​ສັດ​ທ່ອງ​ທ່ຽວ​ສາ​ກົນຫຼາຍ​ແຫ່ງ ຈະ​ມາຊອກ​ຮູ້​ຢູ່ ບ່​າ​ເຣ້ຍ - ຫວູງ​ເ​ຕົ່າ - ảnh 1ມີຫຼາຍຄະນະແຂກທ່ອງທ່ຽວສາກົນມາທ່ຽວ ຢູ່ ບ່າເຣ້ຍ - ຫວູງເຕົ່າ (ພາບ: VOV)

ມີນັກທ່ອງທ່ຽວຫຼາຍກວ່າ 8,5 ລ້ານເທື່ອຄົນໄດ້ມາທ່ຽວຢູ່ແຂວງ ບ່າເຣ້ຍ - ຫວູງເຕົາ ໃນ 7 ເດືອນຜ່ານມາ, ລາຍຮັບບັນລຸກວ່າ 8.830 ຕື້ດົ່ງ (374 ລ້ານ ກວ່າ USD). ສະເພາະໃນເດືອນກໍລະກົດນີ້, ທາງແຂວງ ໄດ້ຕ້ອນຮັບແຂກທ່ອງທ່ຽວຫຼາຍກວ່າ 1,4 ລ້ານເທື່ອຄົນ, ເພີ່ມຂຶ້ນ 24% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ນີ້ແມ່ນຂໍ້ມູນຂ່າວສານໂດຍພະແນກທ່ອງທ່ຽວ ແຂວງ ປະກາດ ໃນວັນທີ 30 ກໍລະກົດ.

    ນັບແຕ່ນີ້ຮອດທ້າຍປີ, ການທ່ອງທ່ຽວແຂວງ ບ່າເຣ້ຍ - ຫວູງເຕົ່າ ຈະສືບຕໍ່ເຕີບໂຕ ຍ້ອນມີບັນດາບໍລິສັດທ່ອງທ່ຽວຂອງຕ່າງປະເທດ ຈະມາຊອກຮູ້ ເພື່ອຮ່ວມມືພາແຂກທ່ອງທ່ຽວສາກົນມາທ່ຽວຢູ່ ໜອງ ຈາມ. ທ່ານນາງ ເຈິ່ນທິທູຮ່ຽນ, ຮອງຫົວໜ້າພະແນກ ທ່ອງທ່ຽວແຂວງ ໃຫ້ຮູ້ວ່າ:

    “ນັບແຕ່ນີ້ຮອດທ້າຍປີ, ຂະແໜງທ່ອງທ່ຽວແຂວງ ບ່າເຣ້ຍ - ຫວູງເຕົ່າ ຈະສຸມໃສ່ 2 ເຫດການຢູ່ເຂດ ຊວຽນໂມກ, ລອງດ່ຽນ ແລະ ເດີດດໍ. ທີໜຶ່ງແມ່ນລາຍການສັບປະດາທ່ອງທ່ຽວ ນອນໃນລະບົບເຫດການສົ່ງເສີມການທ່ອງທ່ຽວຂອງ ບ່າເຣ້ຍ - ຫວູງເຕົາ. ທີສອງແມ່ນ ຈະຕ້ອນຮັບຄະນະຜູ້ແທນສາກົນທີ່ມາເຂົ້າຮ່ວມກອງປະຊຸມຮ່ວມສຳພັນການທ່ອງທ່ຽວຢູ່ເຂດ ໜອງຈ່າມ. ຢູ່ທີ່ນີ້, ບັນດາວິສາຫະກິດທ່ອງທ່ຽວຂອງແຂວງ ຈະໄດ້ສຳຜັດ, ເຮັດວຽກກັບບັນດາສາຂາບໍລິສັດທ່ອງທ່ຽວສາກົນ.”


ຕອບກັບ

ຂ່າວ/ບົດ​ອື່ນ