(VOVWORLD) - ນັບແຕ່ວັນທີ 01 – 28 ກຸມພາ 2025, ຢູ່ໝູ່ບ້ານວັດທະນະທຳ - ການທ່ອງທ່ຽວບັນດາເຜົ່າ ຫວຽດນາມ - “ຊາຍຄາລວມ” ຂອງວົງຄະນະຍາດ 54 ຊົນເຜົ່າ ຫວຽດນາມ ຢູ່ ຮ່າໂນ້ຍ, ຈະດຳເນີນບັນດາການເຄື່ອນໄຫວເດືອນກຸມພາ ດ້ວຍຫົວຂໍ້ “ສີສັນລະດູບານໃໝ່ໃນທຸກເຂດພາກຂອງປະເທດຊາດ”, ບັນດາການເຄື່ອນໄຫວຊົມເຊີຍພັກ, ຊົມເຊີຍລະດູບານໃໝ່ປີມະເສັງ 2025.
ຕາມນັ້ນແລ້ວ, ບັນດາການເຄື່ອນໄຫວ “ສີສັນລະດູບານໃໝ່ໃນທຸກເຂດພາກຂອງປະເທດຊາດ” ມີການເຂົ້າຮ່ວມຂອງພໍ່ແມ່ພີ່ນ້ອງກວ່າ 100 ຄົນ ມາຈາກ 16 ຊົນເຜົ່າ, ເຊັ່ນ: ນຸ່ງ, ໄຕ່, ຢ້າວ, ມົ້ງ, ເມື່ອງ, ລາວ, ຜູ້ໄທ....; ພ້ອມຜູ້ຕາງໜ້າຂອງ 11 ທ້ອງຖິ່ນ, ລວມມີ: ໄທງວຽນ, ຮ່າໂນ້ຍ, ຮ່າຢາງ, ເຊີນລາ, ຮວ່າບິ່ງ, ເຫວ້, ນິງທ້ວນ, ກອນຕຸມ, ຢາຣາຍ, ດັກລັກ, ຊອັກຈັງ.
ພະແນກທ່ອງທ່ຽງ ຮ່າໂນ້ຍ ຫາກໍ່ປະກາດຫຼາຍຜະລິດຕະພັນທ່ອງທ່ຽວທີ່ຈັບໃຈ ແລະ ມີຄຸນນະພາບ ໃນໂອກາດບຸນປີໃໝ່ປະຈຳຊາດປີມະເສັງ 2025. ຕາມນັ້ນແລ້ວ, ນັບແຕ່ຄ່ຳຄືນວັນທີ 30 ບຸນເຕັດ ໄລ່ຕາມຈັນທະປະຕິທິນ, ມີການເຄື່ອນໄຫວວັດທະນະທຳ, ສິລະປະຫຼາຍຢ່າງຈະໄດ້ຈັດຂຶ້ນຢ່າງຟົດຟື້ນ, ເຊັ່ນ: ລາຍການສະແດງສິລະປະ “ຄວາມຟົດຟື້ນສີສັນ ທັງ ລອງປີ 2025”; ລາຍການສະແດງສິລະປະ “ສະບາຍດີປີໃໝ່ 2025”.
ບັນດາທ້ອງຖິ່ນອື່ນ, ກໍພວມກະກຽມຢ່າງລອບຮອບຖີ່ຖ້ວນ, ກຽມພ້ອມຈັດບັນດາງານບຸນໃຫຍ່ໃນຕົ້ນປີໃໝ່ ເພື່ອຮັບໃຊ້ປະຊາຊົນໄປທ່ຽວຊົມໃນລະດູບານໃໝ່, ເຊັ່ນ: “ງານບຸນສະເຫຼີມສະຫຼອງ 236 ປີແຫ່ງວັນໄຊຊະນະ ງອກໂຮ່ຍ - ດົງດ່າ (ກົງກັບວັນທີ 5 ເດືອນຈຽງ), ງານບຸນວັດເຮືອງ, ງານບຸນ ຢອງ ວິຫານ ຊອັກ, ງານບຸນ ໂກ໋ລວາ....