ມີຫຼາຍ​ກາ​ລ​ະ​ໂອ​ກາດ​ສຳ​ຜັດ​ກັບ​ຕະຫຼາດ​ຝ​ລັ່ງຫຼັງ​ໂຄວິດ - 19

(VOVWORLD) -ທ່ານຫງວຽນຕວນ, ຮອງຫົວໜ້າສູນສົ່ງເສີມການຄ້າ ແລະ ການລົງທຶນນະຄອນ ໂຮ່ຈີມິນໃຫ້ຮູ້ວ່າ, ຝລັ່ງແມ່ນຄູ່ຮ່ວມມືໃຫຍ່ທີ 5ຂອງ ຫວຽດນາມ ຢູ່ເອີລົບ (ຖັດຈາກ ເຢຍລະມັນ, ອັງກິດ, ໂຮນລັງ ແລະ ອີຕາລີ).
ມີຫຼາຍ​ກາ​ລ​ະ​ໂອ​ກາດ​ສຳ​ຜັດ​ກັບ​ຕະຫຼາດ​ຝ​ລັ່ງຫຼັງ​ໂຄວິດ - 19 - ảnh 1ທ່ານຫງວຽນຕວນ, ຮອງຫົວໜ້າສູນສົ່ງເສີມການຄ້າ ແລະ ການລົງທຶນນະຄອນ ໂຮ່ຈີມິນ ກ່າວຄຳເຫັນທີ່ການໂອ້ລົມສົນທະນາ (ພາບ: TTXVN)

ວິສາຫະກິດ ຫວຽດນາມ ອາດຈະຊອກເຫັນກາລະໂອກາດສົ່ງອອກຫຼາຍຜະລິດຕະພັນໄປຍັງຕະຫຼາດຝລັ່ງ ນັບແຕ່ສິນຄ້າປະເພດຊົມໃຊ້ຕະຫຼອດຮອດສິນໃນນ້ຳ, ຜະລິດຕະພັນກະເສດ, ສະບຽງອາຫານ. ນີ້ແມ່ນເນື້ອໃນໄດ້ແຈ້ງຢູ່ການໂອ້ລົມສົນທະນາ “ກາລະໂອກາດສຳຜັດກັບຕະຫຼາດຝລັ່ງຫຼັງໂຄວິດ - 19” ໂດຍສູນສົ່ງເສີມການຄ້າ ແລະ ລົງທຶນນະຄອນ ໂຮ່ຈີມິນ ແລະ ສະມາຄົມນັກທຸລະກິດ ຫວຽດນາມ ຢູ່ ຝລັ່ງໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 15 ມິຖຸນາ ຢູ່ນະຄອນ ໂຮ່ຈີມິນ.

ທ່ານຫງວຽນຕວນ, ຮອງຫົວໜ້າສູນສົ່ງເສີມການຄ້າ ແລະ ການລົງທຶນນະຄອນ ໂຮ່ຈີມິນໃຫ້ຮູ້ວ່າ, ຝລັ່ງແມ່ນຄູ່ຮ່ວມມືໃຫຍ່ທີ 5ຂອງ ຫວຽດນາມ ຢູ່ເອີລົບ (ຖັດຈາກ ເຢຍລະມັນ, ອັງກິດ, ໂຮນລັງ ແລະ ອີຕາລີ).

ທ່ານນາງ ເລເວິນແທັງຈ່າ, ຜູ້ຮັບຜິດຊອບການພັດທະນາດຳເນີນທຸລະກິດ ແລະ ຄຸ້ມຄອງຄູ່ຮ່ວມມື Sourcr of Asia (SOA) ແບ່ງປັນວ່າ ສະພາບແວດລ້ອມທາງການຄ້າຢູ່ ຝລັ່ງມີຄວາມສະດວກໃນການດຳເນີນທຸລະກິດສິນຄ້າ ແລະ ການບໍລິການ. ວິສາຫະກິດ ຫວຽດນາມ ຄວນຕີລາຄາກຳລັງຄວາມສາມາດຂອງຕົນ ກ່ອນທີ່ຈະສຳຜັດກັບຕະຫຼາດໃໝ່ ພາຍຫຼັງໄດ້ຮັບຜົນສະທ້ອນຈາກພະຍາດໂຄວິດ - 19. ໜຶ່ງໃນບັນດາວິທີການເປີດກວ້າງຕະຫຼາດຢ່າງມີປະສິດທິຜົນ ແມ່ນຮ່ວມສຳພັນ ກັບບັນດາຄູ່ຮ່ວມມືທີ່ມີຄວາມເຂົ້າໃຈຂໍ້ມູນ ແລະ ມີການພົວພັນທີ່ມີຄວາມໄວ້ວາງໃຈຢູ່ຕະຫຼາດນັ້ນ. ບັນດາວິສາຫະກິດກໍ່ຄວນຊອກຮູ້ຢ່າງລະອຽດກ່ຽວກັບວັດທະນະທຳດຳເນີນທຸລະກິດຢູ່ຕະຫຼາດຝລັ່ງ ພິເສດແມ່ນບັນຫາການທັກທາຍ ແລະ ພົບປະກັນໃນການດຳເນີນທຸລະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ