ມີຫຼາຍກາລະໂອກາດຮ່ວມມືລະຫວ່າງວິສາຫະກິດ ຫວຽດນາມ ແລະ ປັອກຕູຍການ

(VOVWORLD) - ສະຖຽນລະພາບດ້ານການເມືອງ, ການພັດທະນາເສດຖະກິດ - ສັງຄົມ ແລະ ນະໂຍບາຍສົ່ງເສີມການລົງທຶນຂອງ ຫວຽດນາມ ແມ່ນສະພາບແວດລ້ອມທີ່ສະດວກ ແລະ ກາລະໂອກາດທີ່ດີໃຫ້ແກ່ບັນດານັກລົງທຶນຕ່າງປະເທດ...
ມີຫຼາຍກາລະໂອກາດຮ່ວມມືລະຫວ່າງວິສາຫະກິດ ຫວຽດນາມ ແລະ ປັອກຕູຍການ - ảnh 1 ການໂອ້ລົມສົນທະນາສົ່ງເສີມການຄ້າ ແລະ ການລົງທຶນ ຫວຽດນາມ - ປັອກຕູຍການ

ວັນທີ 27 ມັງກອນ, ຢູ່ ປັອກຕູຍການ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ມີການພົບປະເຈລະຈາກັບຜູ້ຕາງໜ້າກຸ່ມບໍລິສັດແຖວໜ້າຂອງ ປັອກຕູຍການ ນັບສີບແຫ່ງ ແລະ ເຂົ້າຮ່ວມການໂອ້ລົມສົນທະນາສົ່ງເສີມການຄ້າ ແລະ ການລົງທຶນ ຫວຽດນາມ - ປັອກຕູຍການ. ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ເນັ້ນໜັກວ່າ: ສະຖຽນລະພາບດ້ານການເມືອງ, ການພັດທະນາເສດຖະກິດ - ສັງຄົມ ແລະ ນະໂຍບາຍສົ່ງເສີມການລົງທຶນຂອງ ຫວຽດນາມ ແມ່ນສະພາບແວດລ້ອມທີ່ສະດວກ ແລະ ກາລະໂອກາດທີ່ດີໃຫ້ແກ່ບັນດານັກລົງທຶນຕ່າງປະເທດ, ໃນນັ້ນມີປັອກຕູຍການ. ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຊີ້ແຈ້ງວ່າ ຫວຽດນາມ ຖືເປັນສຳຄັນບັນດາສັນຍາການຄ້າເສລີ (FTA) ກັບບັນດາຄູ່ຮ່ວມມື, ໂດຍພື້ນຖານນັ້ນ, ຫວຽດນາມ ໄດ້ ແລະ ພວມຕັ້ງໜ້າຊຸກຍູ້ການເຈລະຈາ ແລະ ການເຊັນບັນດາສັນຍາ FTA, ໃນນັ້ນມີສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA). ດ້ວຍແງ່ຫວັງສັນຍາ EVFTA ແລະ ບັນດາສັນຍາ FTA ລຸ້ນໃໝ່ມີຜົນສັກສິດ, ພ້ອມກັບໝາກຜົນຕັ້ງໜ້າຂອງວິວັດການປ່ຽນໃໝ່ຮູບແບບການເຕີບໂຕ ແລະ ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ທ່ານນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ສົ່ງເສີມບັນດາວິສາຫະກິດ ປັອກຕູຍການ ລົງທຶນເຂົ້າຂົງເຂດອຸດສາຫະກຳປຸງແຕ່ງ (ລວມມີອຸດສາຫະກຳໜູນຊ່ວຍ), ເຕັກໂນໂລຢີສູງ,  ພັດທະນາພື້ນໂຄງລ່າງ, ສິ່ງແວດລ້ອມ, ຜະລິດຕະພັນກະເສດ - ເຄື່ອງປ່າຂອງດົ່ງ - ສິນໃນນ້ຳ ແລະ ປຸງແຕ່ງສະບຽງອາຫານ, ພະລັງງານຜະລິດຄືນໃໝ່, ເຕັກໂນໂລຢີຂໍ້ມູນຂ່າວສານ…

ຕອບກັບ

ຂ່າວ/ບົດ​ອື່ນ