ມີຫຼາຍຄົນເສຍຊີວິດຢູ່ທະເລຂອງຕວກກີຕື່ມອີກ

ມີຫຼາຍຄົນເສຍຊີວິດຢູ່ທະເລຂອງຕວກກີຕື່ມອີກ - ảnh 1
(ພາບ​ປະ​ກອບ: Daily Mail)

(vovworld) –​ ​ ວັນ​ທີ 06/03, ຢ່າງ​ນ້ອຍ​ສຸດ​ມີ​ຊາວ​ອົບ​ພະ​ຍົບ 18 ຄົນ​ເສຍ​ຊີ​ວິດ ເມື່ອ​ກ່ຳ​ປັ່ນ​​ຂົນ​ສົ່ງ​ເຂົ້າ​ເຈົ້າ​ຖືກ​ຈົມ​ນ້ຳຢູ່​ທະ​ເລ Aegean ຂອງ ຕວກ​ກີ, ໃນ​ການ​ເດີນ​ທາງ​ຂ້າມ​ທະ​ເລ​ໄປ​​ຍັງ ເກຼັກ. ຕາມ​ສື່ມວນ​ຊົນ​ຕວກ​ກີ ແລ້ວ, ບັນ​ດາ​ຜູ້​ຖືກ​ເຄາະ​ຮ້າຍ​ໄດ້​ຮັບ​ຖື​ວ່າ​ແມ່ນ​ຊາວ​ຊີ​ຣີ, ​ເລີ່ມ​ເດີນ​ທາງດ້ວຍ​ກ່ຳ​ປັ່ນ 2 ລ​ຳ, ​ຜ່ານ​ທະ​ເລຢ​ູ່ Didim, ແຂ​ວງ Aydin, ທິດຕ​າ​ເວັນ​ຕົກ​ຂອງ​ປະ​ເທດນີ້. ບັນ​ດາ​ບົດ​ລາຍ​ງານ​ເບື້ອງ​ຕົ້ນ​ໃຫ້​ຮູ້​ວ່າ, ກຳ​ລັງ​ປົກ​ປັກ​ຮັກ​ສາ​ຝັ່ງ​ທະ​ເລ​ຕວກ​ກີ ໄດ້​​ກູ້​ຊ່ວຍ​ຊາວ​ອົບ​ພະ​ຍົບ 15 ຄົນ​ ​ແຕ່​ຍັງມີ​ຫຼາຍ​ຄົນຖືກ​ຫາຍ​ສາບ​ສູນຢູ່​. ບັນ​ດາ​ຊາກ​ສົບ ແລະ ຜູ້​ຖືກ​ຮັບ​ບາດ​ເຈັບ​​ຖືກ​ສົ່ງ​ກັບ​ເມືອ Didim ໃນ​ຂະ​ນະ​ທີ່ວ​ຽກ​ງານກ​ູ້​ໄພ​ກູ​້​ຊ​ີບ​ພວມ​ດຳ​ເນີນ​ໄປ. ໃນ​ຂະ​ນະ​ນັ້ນ, ກອງ​ປະ​ຊຸມ​ພິ​ເສດ​ຈະ​ດຳ​ເນີນ​ໃນ​ວັນ​ທີ 07/03 ຢູ່ບ​ຣຸດ​ແຊນ, ​ປະ​ເທດແບນ​ຊິກ ແລະ ຫວ່າງ​ຕວກ​ກີ ແລະ ບັນ​ດາ​ປະ​ເທດ​ອີ​ຢູ ເພື່ອ​ແນ​ໃສ່​ຊຸກ​ຍູ​້​ຂໍ້​ຕົກ​ລົງ​ສະ​ກັດ​ກັ້ນ​ຊາວ​ອົບ​ພະ​ຍົບ​ເຂົ້າ​ເອີ​ລົບ.

ຂ່າວ/ບົດ​ອື່ນ