ມີຫຼາຍ​ຄຳ​ເຫັນ, ຂໍ້​ສະ​ເໜີຂອງ​ຜູ້​ມີ​ສິດ​ເລືອ​ກ​ຕັ້ງ ແລະ ປະ​ຊາ​ຊົນ​ໄດ້​ສົ່ງ​ມາ​ຍັງ ສະ​ພາ​ແຫ່ງ​ຊາດ

(VOVWORLD) -ວັນທີ 8 ພຶດສະພາ, ຢູ່ຮ່າໂນ້ຍ, ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດກອງປະຊຸມຄັ້ງທີ 12 (ຊຸດທີ IX), ປະກອບຄຳເຫັນໃສ່ຮ່າງບົດລາຍງານລວບລວມຄຳເຫັນ, ຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນເພື່ອສົ່ງໄປຍັງກອງປະຊຸມຄັ້ງທີ 3, ສະພາແຫ່ງຊາດຊຸດທີ XV.
ມີຫຼາຍ​ຄຳ​ເຫັນ, ຂໍ້​ສະ​ເໜີຂອງ​ຜູ້​ມີ​ສິດ​ເລືອ​ກ​ຕັ້ງ ແລະ ປະ​ຊາ​ຊົນ​ໄດ້​ສົ່ງ​ມາ​ຍັງ ສະ​ພາ​ແຫ່ງ​ຊາດ - ảnh 1ປະຊຸມຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ 12 (ຊຸດທີ IX)

ຢູ່ກອງປະຊຸມ, ບັນດາຜູ້ແທນໄດ້ປະກອບຄຳເຫັນຫຼາຍຂໍ້ໃສ່ຮ່າງບົດລາຍງານ, ສະແດງຈິດໃຈຄວາມມຸ່ງຫວັງຂອງ ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນທີ່ໄດ້ສົ່ງມາຍັງສະພາແຫ່ງຊາດ, ລັດຖະບານ ແລະ ບັນດາກະຊວງ, ຂະແໜງການ, ອົງການທີ່ມີໜ້າທີ່ ຮັບຜິດຊອບທີ່ກ່ຽວຂ້ອງເຖິງຊີວິດການເປັນຢູ່ຂອງປະຊາຊົນ. ຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງໄດ້ສຸມໃສ່ບັນດາບັນຫາຄື: ກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງ, ບັນຫາຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ບໍ່ແຮ່, ບັນຫາຈິດຕະສາດຂອງເດັກນ້ອຍ. ຜູ້ແທນບາງທ່ານກໍ່ສະເໜີວ່າ ຮ່າງບົດລາຍງານຕ້ອງມີການກວດກາຄືນໃໝ່, ສະຫຼຸບການປະຕິບັດກົດໝາຍວ່າດ້ວຍສັນຊາດ…

ທ່ານ ໂດວັນຈຽນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະເໜີໃຫ້ບັນດາຜູ້ແທນສຸມສະຕິປັນຍາ ເພື່ອລາຍງານລວບລວມຄຳເຫັນ, ຂໍ້ສະເໜີຂອງ ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນທີ່ໄດ້ສົ່ງມາຍັງກອງປະຊຸມຄັ້ງທີ 3, ສະພາແຫ່ງຊາດຊຸດທີ XV, ສ່ອງແສງຈິດໃຈ, ຄວາມມຸ່ງຫວັງຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ ຢ່າງເລິກເຊິ່ງ, ພ້ອມທັງສະເໜີແນະ, ແກ້ໄຂບັນດາບັນຫາແທດຈິງທີ່ກ່ຽວຂ້ອງເຖິງສິດຜົນປະໂຫຍດຂອງປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ