ມີຫຼາຍຖ້ຽວບິນຕ້ອນຮັບນັກທ່ອງທ່ຽວມາທ່ຽວຍາມຕົ້ນປີໃໝ່ປີຂານ

(VOVWORLD) -ມີນັກທ່ອງທ່ຽວ 138 ຄົນໃນຖ້ຽວບິນໝາຍເລກ VN1551 ຂອງບໍລິສັດການບິນ Viet Nam Airlines, ເລີ່ມບິນຈາກສະໜາມບິນສາກົນ ໂນ້ຍບ່າຍ ລົງຈອດຢູ່ສະໜາມບິນສາກົນ ກາມແຣງ.
ມີຫຼາຍຖ້ຽວບິນຕ້ອນຮັບນັກທ່ອງທ່ຽວມາທ່ຽວຍາມຕົ້ນປີໃໝ່ປີຂານ - ảnh 1(ນັກທ່ອງທ່ຽວມາທ່ຽວຢູ່ ຍາຈາງ)

ຕອນເຊົ້າວັນທີ 01 ກຸມພາ (ກົງກັບວັນທີ 1 ບຸນເຕັດປີຂານ ໄລ່ຕາມຈັນທະປະຕິທິນ), ຂະແໜງທ່ອງທ່ຽວແຂວງ ແຄງຮ່ວາ ໄດ້ຈັດພິທີຕ້ອນຮັບບັນດານັກທ່ອງທ່ຽວທຳອິດມາຢ້ຽມຢາມ ຍາຈາງ - ແຄງຮ່ວາ ເນື່ອງໃນໂອກາດບຸນເຕັດປີຂານ 2022. ມີນັກທ່ອງທ່ຽວ 138 ຄົນໃນຖ້ຽວບິນໝາຍເລກ VN1551 ຂອງບໍລິສັດການບິນ Viet Nam Airlines, ເລີ່ມບິນຈາກສະໜາມບິນສາກົນ ໂນ້ຍບ່າຍ ລົງຈອດຢູ່ສະໜາມບິນສາກົນ ກາມແຣງ. ພິທີຕ້ອນຮັບບັນດານັກທ່ອງທ່ຽວຄົນທຳອິດມາທ່ອງທ່ຽວຢູ່ ຍາຈາງ - ແຄງຮ່ວາ ໄດ້ເປີດສາກໃຫ້ບັນດາການເຄື່ອນໄຫວທ່ອງທ່ຽວ, ເຫດການໃນປີ 2022 ຂອງຂະແໜງທ່ອງທ່ຽວແຂວງ ແຄງຮ່ວາ. ປີ 2022, ຂະແໜງທ່ອງທ່ຽວແຂວງ ແຄງຮ່ວາ ສູ້ຊົນຕ້ອນຮັບນັກທ່ອງທ່ຽວກວ່າ 1,2 ລ້ານເທື່ອຄົນ, ເພີ່ມຂຶ້ນທົບ 2 ເທົ່າເມື່ອທຽບໃສ່ປີ 2021.

ແລະ ກໍ່ໃນຕອນເຊົ້າວັນດຽວກັນ, ມີນັກທ່ອງທ່ຽວ 126 ຄົນ, ລວມມີພົນລະເມືອງ ສ.ເກົາຫຼີ, ໄຕຫວັນ ແລະ ຍີ່ປຸ່ນ ພວມຢູ່ ຫວຽດນາມ ພ້ອມກັບຈຸບິນໄດ້ເລີ່ມເດີນທາງຈາກນະຄອນ ໂຮ່ຈີມິນ ຊື່ງເປັນຄະນະນັກທ່ອງທ່ຽວທຳອິດລົງຈອດຢູ່ສະໜາມບິນ ເວິນດົນ, ແຂວງ ກວາງນິງ.

ຕອບກັບ

ຂ່າວ/ບົດ​ອື່ນ