ມີຫຼາຍ​ປະ​ເທດ​ສືບ​ຕໍ່​ຜ່ອນ​ຜັນ​ຂໍ້​​ກຳ​ນົດ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ

(VOVWORLD) -ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ ກວ່າ 438,3 ລ້ານຄົນ ແລະ ເກືອບ 6 ລ້ານຄົນເສຍຊີວິດ. ອາເມລິກາ ສືບຕໍ່ແມ່ນປະເທດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.
ມີຫຼາຍ​ປະ​ເທດ​ສືບ​ຕໍ່​ຜ່ອນ​ຜັນ​ຂໍ້​​ກຳ​ນົດ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ - ảnh 1ປະຊາຊົນ ອາເມລິກາ ໃສ່ຜ້າອັດປາກໃນໂຮງລະຄອນ (ພາບ: AFP/TTXVN)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 02 ມີນາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ ກວ່າ 438,3 ລ້ານຄົນ ແລະ ເກືອບ 6 ລ້ານຄົນເສຍຊີວິດ. ອາເມລິກາ ສືບຕໍ່ແມ່ນປະເທດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

        ກ່ຽວກັບໂລກລະບາດໂຄວິດ - 19 ໃນປັດຈຸບັນ ໄດ້ເຮັດໃຫ້ຫຼາຍປະເທດຜ່ອນຜັນ ຫຼື ພິຈາລະນາຜ່ອນຜັນຄຳຮຽກຮ້ອງເຂົ້າເມືອງສຳລັບແຂກຕ່າງປະເທດ.

        ລະອຽດແມ່ນ, ນັບແຕ່ວັນທີ 01 ມີນາ, ອີຕາລີ ໄດ້ຜ່ອນຜັນຂໍ້ຈຳກັດການເຂົ້າເມືອງສຳລັບແຂກມາຈາກບັນດາປະເທດບໍ່ຂຶ້ນກັບ ສະຫະພາບ ເອີຣົບ (ອີຢູ), ອະນຸຍາດໃຫ້ຜູ້ທີ່ມີໃບຢັ້ງຢືນສັກວັກຊິນ, ຜູ້ທີ່ຕິດໂຄວິດ - 19 ແຕ່ໄດ້ຮັບການປິ່ນປົວຫາຍດີແລ້ວ ແລະ ມີຜົນກວດເປັນລົບ ສາມາດເຂົ້າເມືອງປະເທດນີ້ໄດ້.

ໃນຂະນະນັ້ນ, ມາເລເຊຍ ກໍຈະຜ່ອນຜັນຂໍ້ກຳນົດເຂົ້າເມືອງຈຳນວນໜຶ່ງນັບແຕ່ວັນທີ 03 ມີນາ ເປັນຕົ້ນໄປ.

        ກໍໃນວັນທີ 01 ມີນາ, ຍີ່ປຸ່ນ ກໍ່ໄດ້ຜ່ອນຜັນມາດຕະການຄວບຄຸມຊາຍແດນປ້ອງກັນໂລກລະບາດໂຄວິດ - 19 ດ້ວຍການເພີ່ມຈຳນວນຜູ້ເຂົ້າເມືອງແຕ່ 3.500 ຄົນ ຂຶ້ນເປັນ 5.000 ຄົນຕໍ່ວັນ.

 


ຕອບກັບ

ຂ່າວ/ບົດ​ອື່ນ