ມອບ​ຂໍ້​ຕົກ​ລົງ ໄປ​ປະ​ຕິ​ບັດ​ໜ້າ​ທີ່​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ສຳ​ລັບນາຍ​ຕຳຫຼວດປະ​ຊາ​ຊົນ 3 ຄົນ

(VOVWORLD) -  ທ່ານພົນໂທ ເລືອງຕາມກວາງ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ຫົວໜ້າຄະນະຊີ້ນຳການຜັນຂະຫຍາຍແຜນຮ່າງຕຳຫຼວດປະຊາຊົນ ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ຢັ້ງຢືນວ່າ ນີ້ແມ່ນໜ້າທີ່ສຳຄັນຂອງປະເທດຊາດເວົ້າລວມ ແລະ ກະຊວງຕຳຫຼວດ ຫວຽດນາມ ເວົ້າສະເພາະ. 
ມອບ​ຂໍ້​ຕົກ​ລົງ ໄປ​ປະ​ຕິ​ບັດ​ໜ້າ​ທີ່​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ສຳ​ລັບນາຍ​ຕຳຫຼວດປະ​ຊາ​ຊົນ 3 ຄົນ - ảnh 1ພິທີມອບຂໍ້ຕົກລົງ (ພາບ: ກະຊວງຕຳຫຼວດ)

ວັນທີ 19 ມິຖຸນາ, ຢູ່ຮ່າໂນ້ຍ, ກະຊວງຕຳຫຼວດ ຫວຽດນາມ ໄດ້ຈັດພິທີມອບຂໍ້ຕົກລົງຂອງປະທານປະເທດວ່າດ້ວຍການຈັດສົ່ງນາຍຕຳຫຼວດໄປເຂົ້າຮ່ວມວຽກງານຮັກສາສັນຕິພາບ ສປຊ ສຳລັບນາຍຕຳຫຼວດປະຊາຊົນ 3 ຄົນ, ສັງກັດໜ່ວຍປະຕິບັດງານເລກທີ 4, ໄປປະຕິບັດໜ້າທີ່ຮັກສາສັນຕິພາບຢູ່ຄະນະຮັກສາສັນຕິພາບ ສປຊ ຢູ່ ຊູດັງໃຕ້ (UNMISS) ປີນີ້, ເຊິ່ງລວມມີ: ພັນຕີ ຮວ່າງຈ້ອງຮວ່າ, ຮ້ອຍເອກ ຫງວຽນເຖແອັງ, ຮ້ອຍເອກ ນາງ ເຈິ່ນທິທູຈາງ.

        ກ່າວຄຳເຫັນນະທີ່ນີ້, ທ່ານພົນໂທ ເລືອງຕາມກວາງ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ຫົວໜ້າຄະນະຊີ້ນຳການຜັນຂະຫຍາຍແຜນຮ່າງຕຳຫຼວດປະຊາຊົນ ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ຢັ້ງຢືນວ່າ ນີ້ແມ່ນໜ້າທີ່ສຳຄັນຂອງປະເທດຊາດເວົ້າລວມ ແລະ ກະຊວງຕຳຫຼວດ ຫວຽດນາມ ເວົ້າສະເພາະ. ທ່ານລັດຖະມົນຕີ ເລືອງຕາມກວາງ ໃສ່ໃຈວ່າ ບັນດານາຍຕຳຫຼວດຕ້ອງຮຽນຮູ້, ຍົກສູງລະດັບຄວາມຮູ້, ທັກສະ; ແລກປ່ຽນ, ຮັບເອົາບົດຮຽນ, ປະສົບການຂອງລຸ້ນກ່ອນຢ່າງບໍ່ຢຸດຢັ້ງ ເພື່ອກະກຽມບັນດາເງື່ອນໄຂໃຫ້ລອບຄອບຖີ່ຖ້ວນ; ມານະພະຍາຍາມແກ້ໄຂຄວາມຫຍຸ້ງຍາກ, ຕັດສິນໃຈປະຕິບັດສຳເລັດໜ້າທີ່ ໂດຍ ສປຊ ແລະ ພັກ, ລັດ, ກະຊວງຕຳຫຼວດ ຫວຽດນາມ ມອບໝາຍໃຫ້ເປັນຢ່າງດີທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ