ມອບຂອງຂວັນຫລາຍຢ່າງໃຫ້ບັນດາເປົ້າໝາຍນະໂຍບາຍແລະຄົນທຸກຍາກເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ

ມອບຂອງຂວັນຫລາຍຢ່າງໃຫ້ບັນດາເປົ້າໝາຍນະໂຍບາຍແລະຄົນທຸກຍາກເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 20/01, ​ໂຮງໝໍ​ຫົວ​ໃຈ ຮ່າ​ໂນ້ຍ ສົບ​ທົບ​ກັບກອງ​ບັນຊາ​ການ​ທະຫານ​ແຂ​ວງ ​ແທງ​ຮ໋ວາ ຈັດ​ຕັ້ງການ​ກວດກາ ​ແລະ ປີ່​ນປົວ​ພະຍາດ​ໂດຍບໍ່​ເສຍ​ຄ່າ ​ແລະ ມອບ​ຂອງຂວັນ​ໃຫ້​ກ່ວາ 300 ​ເປົ້າ​ໝາຍ​ນະ​ໂຍບາຍ, ຜູ້​ທີ່ມີ​ຄຸນງາມຄວາມດີ​​ເຊິ່ງພວມ​ດຳລົງ​ຊີວິດ​ໃນ​ບໍລິ​ເວນ​ບັນດາ​ຕາ​ແສງ ດົ່ງ​ຕ໋ຽນ, ດີ້​ງ​ເຕີນ ຂຶ້ນ​ກັບ​ແຂວງ ​ແທງ​ຮ໋ວາ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​​ແທດ​ຈິງ ​ເພື່ອ​ແນ​ໃສ່ຕອບ​ບຸນ​ແທນ​ຄຸນ​ບັນ​ດາຄອບຄົວທະຫານ​ເສຍ​ອົງຄະ, ນັກຮົບ​ທີ່​ເສຍສະຫລະ​ຊີວິດ​ເພື່ອ​ຊາດ, ຄອບຄົວ​ທີ່ມີ​ຄຸນງາມຄວາມດີຕໍ່​ການ​ປະຕິວັດ, ​ແມ່​ຫວຽດນາມ​ວິລະ​ຊົນ ​ເນື່ອງ​ໃນ​ໂອກາດບຸນ​ປີ​ໃໝ່ປະຈຳ​ຊາດ​ປີວອກ 2016.

        ​ແລະ​ໃນ​ວັນຽວກັນ, ສະມາຄົມ​ນັກ​ຂ່າວ ຫວຽດນາມ ສົມທົບ​ກັບ​ກຸ່ມ​ບໍລິສັດ​ໃຫຍ່ VINGROUP ​ໄດ້ຈັດ​ຕັ້ງ​ການ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ປີ​ໃໝ່ 500 ພູດ​ໃຫ້​ບັນດາ​ຄອບຄົວ​ທີ່​ທຸກ​ຍາກ, ຄົນ​ພິການ ​ແລະ ພໍ່​ແມ່ນ​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ຢູ່ 2 ​ເມືອງ ຮ່າ​ມທ້ວນບັກ ​ແລະ ​ເມືອງ ບັກ​ບີ່​ງ ​ແຂວງ ບີ່​ງທ້ວນ. ​ເນື່ອງ​​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ​ປີວ​ອກ 2016, ກຸ່ມ​ບໍລິສັດ​ໃຫຍ່ VINGROUP ຈະ​ມອບ​ຂອງຂວັນ​ຫລາຍ​ຢ່າງ ດ້ວຍຍອດມູນ​ຄ່າປະມານ 30 ຕື້​ດົ່ງ​ໃຫ້​ຄົນ​ທຸກ​ຍາກ, ພໍ່​ແມ່​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ຢູ່​ບັນດາ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ.

ຂ່າວ/ບົດ​ອື່ນ