ມອບຂອງຂວັນໃຫ້ສະມາຄົມນັກຮົບເກົ່າເມືອງຫລີເຊີນ

ມອບຂອງຂວັນໃຫ້ສະມາຄົມນັກຮົບເກົ່າເມືອງຫລີເຊີນ - ảnh 1
ເມືອງ​ເກາະ​ຫຼີ​ເຊີນ
(ພາບ:
viet5fotravel.com)

(vovworld)- ​ໃນ​ໂອກາດ​ກາ​ນ​ໄປ​ປະ​ຕິບັດ​ງານ​ຢູ່​ເມືອງ​ເກາະ​ຫຼີ​ເຊີນ, ວັນ​ທີ 9/5, ສະມາຄົມ​ນັກຮົບ​ເກົ່າ​ຂອງ​ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກ​ສຫວຽດນາມ ​ແລະ ບໍລິສັດ​ກັ່ນ​ນ້ຳມັນ​ບິ່ງ​ເຊີນ ຈຳກັດ​ຜູ້​ດຽວ ​ໄດ້​ມອບ​ຂອງຂວັນ 20 ພູດ, ​ແຕ່​ລະ​ພູດ​ມີ​ມູນ​ຄ່າ 1 ລ້ານ​ດົ່ງ​ໃຫ້​ແກ່​ສະມາຊິກ​ສະມາຄົມ​ນັກຮົບ​ເກົ່າ​ເມືອງ​ເກາະ​ຫຼີ​ເຊີ​ນ, ມອບ​ຂອງຂວັນ​ໃຫ້​ແມ່​ຫວຽດນາມ ວິລະ​ຊົນ​ເຈີ່ນ​ທິ​ເຝີ​ມ ​ແລະ ຄອບຄົວ​ນະ​ໂຍບາຍ​ດີ​ເດັ່ນ​ຈຳນວນ​ໜຶ່ງ ​ແລະ ​ໄປ​ຢ້ຽມຢາມ​ກົມ​ກອງ​ທະຫານ​ເຮືອຣາດາ 550. ນີ້​ແມ່ນ​ການ​ໄປ​ປະຕິບັດງານ​ເພື່ອ​ມຸ້ງ​ໄປ​ສູ່​ເຂດໝູ່​ເກາະ​ທະ​ເລ​ຂອງ​ພະນັກກ​ງານ, ສະມາຄົມ​ນັກຮົບ​ເກົ່າ​ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກ​ສຫວຽດນາມ ​ແລະ ​ແບ່ງປັນ​ຄວາມທຸກ​ຍາກ​ກັບ​ພະນັກງານ, ປະຊາຊົນ​ເມືອງ​ເກາະ​ຫຼີ​ເຊີນ.

ຂ່າວ/ບົດ​ອື່ນ