ມອບທຶນສຶກສາຂອງລັດຖະບານຫວຽດນາມໃຫ້ລູກຫລານຊາວຫວຽດນາມອາໄສຢູ່ລາວ

ມອບທຶນສຶກສາຂອງລັດຖະບານຫວຽດນາມໃຫ້ລູກຫລານຊາວຫວຽດນາມອາໄສຢູ່ລາວ - ảnh 1
(ພິທີ​ມອບ​ທຶນ​ສຶກສາ​ຂອງ​ລັດຖະບານ ຫວຽດນາມ
ທີ່​ສະຫງວນ​ໃຫ້​ລູກ​ຫຼານຂອງຫວຽດນາມ ອາ​ໄສ​ຢູ່​ ລາວ)

(vovworld) - ​ ຕອນ​ເຊົ້າ​ວັນ​ທີ 15/02 ຢູ່​ສຳນັກງານ​ສະຖານທູດ ຫວຽດນາມ ປະຈຳ​ນະຄອນຫລວງ ວຽງ​ຈັນ ລາວ​ ດຳ​ເນີນ​ພິທີ​ມອບ​ທຶນ​ສຶກສາ​ຂອງ​ລັດຖະບານ ຫວຽດນາມ ທີ່​ສະຫງວນ​ໃຫ້​ລູກ​ຫຼານຂອງຫວຽດນາມ ອາ​ໄສ​ຢູ່​ ລາວ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ ຫງວຽນ​ແມ້ງ​ຮຸ່ງ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ລາວ ​ໃຫ້​ຮູ້​ວ່າ: ການ​ຮ່ວມ​ມື​ດ້ານ​ສຶກສາ ​ແລະ ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ 2 ປະ​ເທດ ຫວຽດນາມ - ລາວ ຍາມ​ໃດ​ກໍ່​ໄດ້​ຮັບ​ການ​ບຸລິມະສິດພິ​ເສດ​ຈາກ​ການ​ນຳ 2 ປະ​ເທດ. ​ໃນ​ປີ 2015, ລັດຖະບານ ຫວຽດນາມ ມອບ​ໃຫ້​ສະຖານທູດ ຫວຽດນາມ ປະຈຳ ລາວ ສົມທົບ​ກັບ​ບັນດາ​ອົງການ​ສຳນັກງານ​ທີ່​ກ່ຽວຂ້ອງ​ເລືອກ​ເຟັ້ນ ​ແລະ ມອບ​ທຶນ​ສຶກສາ​ໃຫ້​ລູກ​ຫລານ​ຊາວ ຫວຽດນາມ ອາ​ໄສ​ຢູ່ ລາວ ດ້ວຍ​ຈຳນວນ 92 ທຶນ, ​ແມ່ນ​ລະດັບຫລາຍ​ທີ່​ສຸດ​ໃນ​ຊຸມ​ປີ ນັບ​ແຕ່​ເມື່ອ​ມີ​ແຜນ​ນະ​ໂຍບາຍ​ມອບ​ທຶນ​ສຶກສາ​ໃຫ້​ລູກ​ຫຼານ​​ຊາວ​ຫວຽດນາມ ອາ​ໄສ​ຢູ່ ລາວ.


ຂ່າວ/ບົດ​ອື່ນ