ມອບ​ນາມ​ມະ​ຍົດ ນັກ​ທຸ​ລະ​ກິດ​ໜຸ່ມ​ເລີ່ມ​ດຳ​ເນີນ​ທຸ​ລະ​ກິດ​ດີ​ເດັ່ນ​ປີ 2021

(VOVWORLD) -     ຕອນບ່າຍວັນທີ 26 ທັນວາ, ຢູ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ສະຫະພັນຊາວໜຸ່ມ ຫວຽດນາມ ແລະ ສູນກາງສະມາຄົມນັກທຸລະກິດໜຸ່ມ ຫວຽດນາມ ຈັດຕັ້ງພິທີມອບນາມມະຍົດ “ນັກທຸລະກິດໜຸ່ມເລີ່ມດຳເນີນທຸລະກິດດີເດັ່ນ ປີ 2021”.
ມອບ​ນາມ​ມະ​ຍົດ ນັກ​ທຸ​ລະ​ກິດ​ໜຸ່ມ​ເລີ່ມ​ດຳ​ເນີນ​ທຸ​ລະ​ກິດ​ດີ​ເດັ່ນ​ປີ 2021 - ảnh 1ພິທີມອບນາມມະຍົດ ນັກທຸລະກິດໜຸ່ມເລີ່ມດຳເນີນທຸລະກິດດີເດັ່ນປີ 2021 (ພາບ: baochinhphu.vn)

ຄະນະຈັດຕັ້ງໄດ້ມອບນາມມະຍົດນັກທຸລະກິດໜຸ່ມດີເດັ່ນ ປີ 2021 ໃຫ້ແກ່ 86 ແບບຢ່າງນັກທຸລະກິດໜຸ່ມດີເດັ່ນ. ນີ້ແມ່ນບັນດານັກທຸລະກິດໜຸ່ມທີ່ໄດ້ຜ່ານຜ່າຄວາມຫຍຸ້ງຍາກຍ້ອນໂລກລະບາດ, ປັບຕົວເຂົ້າກັບການປ່ຽນແປງຂອງສັງກາດດີຈີຕອນ, ມີບາດກ້າວບຸກທະລຸ, ຊ່ວຍວິສາຫະກິດພັດທະນາ. ທ່ານ ຫວູຢາລວ໊ຽນ - ປະທານສະພາບໍລິຫານບໍລິສັດຫຸ້ນສ່ວນມາດຕະການທາງດ້ານເຕັກໂນໂລຢີຂໍ້ມູນຂ່າວສານສາກົນ - ເຊິ່ງເປັນໜຶ່ງໃນບັນດາແບບຢ່າງນັກທຸລະກິດໜຸ່ມດີເດັ່ນ ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າໄດ້ກະກຽມຢ່າງລອບຄອບຖີ່ຖ້ວນແກ່ການຫັນປ່ຽນການເຄື່ອນໄຫວໃນພື້ນຖານດີຈີຕອນ, ມີເຄື່ອງມືໜູນຊ່ວຍການເຮັດວຽກທາງໄກ, ພ້ອມທັງກະຕຸກຊຸກຍູ້ຈິດໃຈຂອງທຸກຄົນ. ພວກຂ້າພະເຈົ້າໄດ້ມີບາດກ້າວພັດທະນາເປັນຢ່າງດີໃນປີຜ່ານມາ, ຜະລິດອອກຫຼາຍຜະລິດຕະພັນໃໝ່ ມີລາຍຮັບທີ່ເຕີບໂຕກວ່າ 200% ເມື່ອທຽບໃສ່ປີ 2020.”

        ໃນຂອບເຂດຂອງລາຍການ, ກ່ອນໜ້ານັ້ນໄດ້ດຳເນີນການໂອ້ລົມສົນທະນາ “ຫັນເປັນດີຈີຕອນ - ປ່ຽນແປງເພື່ອປັບຕົວ ແລະ ຟື້ນຕົວ”.

ຕອບກັບ

ຂ່າວ/ບົດ​ອື່ນ