ມອບນາມມະຍົດວິລະຊົນກຳລັງປະກອບອາວຸດໃຫ້ແກ່ອະດີດນັກໂທດ ກົນດາວ

ມອບນາມມະຍົດວິລະຊົນກຳລັງປະກອບອາວຸດໃຫ້ແກ່ອະດີດນັກໂທດ ກົນດາວ - ảnh 1
ປະທານ​ປະ​ເທ​​ດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ມອບ​ນາມມະຍົດ​ວິລະ​ຊົນ​ກຳລັງ​ປະກອບ​ອາວຸດ​ປະຊາຊົນ​​ໃຫ້​​ແກ່​ໝູ່​ຄະນະ ​ແລະ 4 ບຸກຄົນ

(vovworld) - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 38 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້, ​ທ້ອນໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ (30/4/1975 – 30/4/2013), ວັນ​ທີ 26/4, ຢູ່​ນະຄອນ ບ່າ​ເຣ້ຍ - ຫວູງ​ເຕົາ, ທ່ານ​ປະທານ​ປະ​ເທ​​ດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ມອບ​ນາມມະຍົດ​ວິລະ​ຊົນ​ກຳລັງ​ປະກອບ​ອາວຸດ​ປະຊາຊົນ​​ໃຫ້​​ແກ່​ໝູ່​ຄະນະ ​ແລະ 4 ບຸກຄົນ ຊຶ່ງ​ແມ່ນ​ນັກຮົບ​ປະຕິວັດ ຖືກກັກຂງຢູ່ ກົນ​ດາວເມື່ອກ່ອນ. ນີ້​ແມ່ນ​ລາງວັນ​ອັນ​ສູງ​ສົ່ງ​ເພື່ອ​ແນ​ໃສ່​ຮັບ​ຮູ້ ​ແລະ ​​ເຊີດ​ຊູ​ບັນດາ​ໝູ່​ຄະນະ ​ແລະ ບຸກຄົນທີ່ເປັນອະດີດ​ນັກຮົບ​ປະຕິບັດ​ກົນ​ດາວ ທີ່​ຈົ່ງ​ຮັກ​ພັກດີ​ຕໍ່​ພັກ, ຕໍ່​ປະ​ເທດ​ຊາດ ​ແລະ ປະຊາຊົນ​ໃນ​ບັ້ນ​ຮົບ​ຢູ່​ຄຸກ​ ກົນ​ດາວ, ຜ່ານ​ນັ້ນ​ໄດ້​ປຸກລຸກ​ຈິດ​ໃຈ​ເອກອ້າງ​ທະ​ນົງ​ໃຈ​ແຫ່ງ​ຊາດ. ຕາງ​ໜ້າ​ໃຫ້​ອະດີດ​ນັກ​ໂທດ​ການ​ເມືອງ ກົນ​ດາວ 350 ຄົນຂອງ 35 ​ແຂວງ​ນະຄອນ​ທີ່ເປັນຕົວແທນໃນທົ່ວປະ​ເທດ​ເຂົ້າ​ຮ່ວມ, ທ່ານ ຈິ້ງ​ວັນ​ເລົາ, ອະ​ດີດ​ກຳມະກາ​ນສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ​ເມືອງເກາະ ກົນ​ດາວ ​ເນັ້ນ​ໜັກ​ວ່າ: ບັນດາ​ນັກ​ໂທດ ກົນ​ດາວ ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ວິລະ​ຊົນ ​ແລະ ຫວັງ​ວ່າ​ປະຊາຊົນ​ໃນ​ທົ່ວ​ປະ​ເທດ​ພ້ອມ​ກັນ​ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ ກົນ​ດາວ ກາຍ​ເປັນ​ຈຸດ​ນັດ​ພົບ​ແຫ່ງການ​ສຶກສາອົບຮົມ​ມູນ​ເຊື້ອ​ຮັກ​ຊາດ ​ໃຫ້​ແກ່​ລຸ້ນຄົນ​ຕໍ່ໆ​ໄປ.

 

ຂ່າວ/ບົດ​ອື່ນ