ມອບລາງວັນ Sao Khue 2013

ມອບລາງວັນ Sao Khue 2013 - ảnh 1
(ພາບ:baodaknong.org.vn)
(vovworld)- ​ຕອນ​ຄ່ຳວັນ​ທີ 21/4, ​ຢູ່​ຮ່າ​ໂນ້ຍ, ສະຫະ​ສະມາຄົມ​ຊອບ​ແວ ​ແລະ ການ​ບໍລິການ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ຫວຽດນາມ (VINASA) ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ສ້າງຕັ້ງຄົບຮອບ 10 ປີ ​ແລະ ມອບ​ລາງວັນ Sao Khue 2013 ​ໃຫ້​ແກ່ບັນດາ​ຜະລິດ​ຕະພັນ, ການ​ບໍລິການ ​ແລະ ວິທີ​ການ​ແກ້​ໄຂ​ດ້ານ​ຊອບ​ແວ, ​ເຕັກ​ໂນ​ໂລ​ຊີດີ​ເດັ່ນ​ຂອງ​ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຫງວຽນ​ບັກ​ຊອນ ລັດຖະມົນຕີ​ກະຊວງ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ຫວຽດນາມ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຂອງ​ໂຄງການ Sao Khue  ທີ່​ມີ​ຕໍ່ການ​ພັດທະນາ​ຂອງ​ຂະ​ແໜງ​ອຸດສາຫະກຳ​ຊອບ​ແວ ​ແລະ ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ຫວຽດນາມ. ຈາກ​ຂະ​ແໜງ​ເສດຖະກິດ​ທີ່​ໃໝ່​ອຽມ, ລາຍ​ຮັບ​ພຽງ​ກ່ວາ 50 ລ້ານ​ໂດ​ລາສະຫະລັດ​ໃນ​ປີ 2002, ຮອດ​ປີ 2012, ລາຍ​ຮັບ​ໄດ້​ຂຶ້ນ​ເຖິງ 2,3 ຕື້​ໂດ​ລາ​ສະຫະລັດ, ອັນ​ໄດ້​ປະກອບສ່ວນ​ບໍ່​​ໜ້ອຍ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ ​ແລະ ຫັນ​ປະ​ເທດ​ຊາດ​ເປັນ​ທັນ​ສະ​ໄໝ. ຄະນະ​ຈັດຕັ້ງ​ໄດ້ມອບ​ນາມມະຍົດ Sao Khue   ​ໃຫ້​ແກ່ 48 ຜະລິດ​ຕະພັນ​ຊອບ​ແວ ​ແລະ 18 ການ​ບໍລິການ​ເຕັກ​ໂນ​ໂລ​ຊີ​ດີ​ເດັ່ນ​ກ່ວາ​ໝູ່. ​ເຄືອ​ຂ່າຍອິນ​ເຕີ​ເນັດ​ການ​ແພດ Yton.vn ​​ໄດ້​ຮັບລາງວັນ Sao Khue  ຊທາງ​ແມ່ນລາງ​ວັນ​ດຽວ​ໃນ​ປີ​ນີ້ໄດ້​ຮັບ​ນາມມະຍົດ​​ຊອບ​ແວ​ດີ​ເດັ່ນ 5 ດາວ.

ຂ່າວ/ບົດ​ອື່ນ