ມອບລາງວັນ ລິ໊ຕື້ຈ້ອງ ປີ 2020 ໃຫ້ພະນັກງານຄະນະຊາວໜຸ່ມດີເດັ່ນ 98 ຄົນ

(VOVWORLD) -ຕອນຄ່ຳວັນທີ 22 ມີນາ, ຢູ່ແຂວງ ວິ້ງຟູ໊ກ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ໄດ້ຈັດພິທີມອບລາງວັນ ລິ໊ຕື້ຈ້ອງ ປີ 2020.
ມອບລາງວັນ ລິ໊ຕື້ຈ້ອງ ປີ 2020 ໃຫ້ພະນັກງານຄະນະຊາວໜຸ່ມດີເດັ່ນ 98 ຄົນ - ảnh 1ພິທີມອບລາງວັນ ລິ໊ຕື້ຈ້ອງ
(ພາບ: TTXVN)

ທີ່ລາຍການ, ບັນດາພະນັກງານຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມໄດ້ມີພົບປະແລກປ່ຽນ, ແບ່ງປັນບັນດາເລື່ອງລາວຂອງພະນັກງານຄະນະຊາວໜຸ່ມລຸ້ນກ່ອນໆ ກ່ຽວກັບການຜັນຂະຫຍາຍຂະບວນການຊາວໜຸ່ມ, ດຶງດູດ, ເຕົ້າໂຮມຊາວໜຸ່ມເຂົ້າຮ່ວມການຕໍ່ສູ້, ການສ້າງສາ ແລະ ພັດທະນາປະເທດຊາດ. ຜ່ານນັ້ນກໍ່ລະດົມກຳລັງໃຈໃຫ້ພະນັກງານຄະນະຊາວໜຸ່ມລຸ້ນປະຈຸບັນ ສືບຕໍ່ສູ້ຊົນ, ມານະພະຍາຍາມຝຶກຝົນຫຼໍ່ຫຼອມຕົນເອງ ເພື່ອການພັດທະນາຂອງອົງການຈັດຕັ້ງຊາວໜຸ່ມ ແລະ ຂະບວນການຊາວໜຸ່ມເຍົາວະຊົນ ອະນຸຊົນ.

        ທີ່ລາຍການ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ໄດ້ມອບລາງວັນ ລິ໊ຕື້ຈ້ອງ ປີ 2020 ໃຫ້ພະນັກງານຊາວຄະນະໜຸ່ມດີເດັ່ນທີ່ເປັນແບບຢ່າງ 98 ຄົນ. ນີ້ແມ່ນບັນດາແບບຢ່າງຂອງຈິດໃຈປະຈັນບານ, ປະດິດຄິດສ້າງ, ຜ່ານຜ່າຄວາມຫຍຸ້ງຍາກຂອງໄວໜຸ່ມ ໃນຄວາມມານະພະຍາຍາມບືນຕົວຂຶ້ນປະຕິບັດສຳເລັດໜ້າທີ່ຂອງວຽກງານຊາວໜຸ່ມ ແລະ ຂະບວນການຊາວໜຸ່ມເຍົາວະຊົນ ອະນຸຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ