ມອບລາງວັນKovalevskaiaປີ2017ໃຫ້ແກ່ນັກວິທະຍາສາດຍິງ2ຄົນ

(VOVWORLD) -ຕອນເຊົ້າວັນທີ 6 ມີນາ ຢູ່ ຮ່າໂນ້ຍ, ໄດ້ດຳເນີນພິທີມອບລາງວັນ Kovalevskaia ປີ 2017 ແລະ ການພົບປະແລກປ່ຽນລະຫວ່າງບັນດານັກວິທະຍາສາດຍິງກັບນັກຮຽນຍິງ.  
ມອບລາງວັນKovalevskaiaປີ2017ໃຫ້ແກ່ນັກວິທະຍາສາດຍິງ2ຄົນ - ảnh 1 ພິທີມອບລາງວັນ Kovalevskaia 

ລາງວັນ Kovalevskaia ປີ 2017 ມອບໃຫ້ນັກວິທະຍາສາດຍິງ 2 ຄົນ ຊື່ງແມ່ນ ຮອງສາດສະດາຈານ.ປອ ທ່ານໝໍ ເຈີນເວີນແຄງ, ຮອງຜູ້ອຳນວຍການສູນຄົ້ນຄ້ວາ Gen – Protein, ມະຫາວິທະຍາໄລແພດສາດ ຮ່າໂນ້ຍ ແລະ ຮອງສາດສະດາຈານ, ປອ ດີງທິບິກເລີນ, ຄູສອນຂັ້ນສູງ, ສະຖາບັນເຕັກໂນໂລຊີຊີວະສາດ, ມະຫາວິທະຍາໄລເຫ້ວ. ການມອບລາງວັນແມ່ນການເຄື່ອນໄຫວມີຄວາມໝາຍເລິກເຊິ່ງ ເພື່ອແນໃສ່ຍ້ອງຍໍ ແລະ ເຊີດຊູບັນດາສ່ວນບຸກຄົນແມ່ຍິງ ທີ່ມີຜົນງານດີເດັ່ນ, ມີຫົວຄິດປະດິດສ້າງ ແລະ ມີລະດັບຜົນສະທ້ອນ, ແຜ່ລາມອອກສູ່ວົງຄະນາຍາດ.

ທີ່ພິທີ, ບັນດານັກສຶກສາຍິງ ກໍໍ່ໄດ້ໂອ້ລົມສົນທະນາ ແລະ ແບ່ງປັນ ກັບບັນດານັກວິທະຍາສາດຍິງ ໃນບັນດາຂົງເຂດຂອງຊີວິດສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ