ມອບລາງວັນKOVAຄັ້ງທີ1

ມອບລາງວັນKOVAຄັ້ງທີ1 - ảnh 1
ພວກນ້ອງນັກສຶກສາໄດ້ຮັບລາງວັນ KOVA
ພາບປະກອບ:internet

 (vovworld)- ທີ່​ພິທີ​ມອບ​ລາ​ງວັນ KOVA ຄັ້ງ​ທີ 1 ດຳ​ເນີນ​ໄປ​ໃນ​ວັນ​ຕອນ​ເຊົ້າ​ວັນ​ທີ 3/11 ຢູ່ ຮ່າ​ໂນ້ຍ, ມີ 12 ສ່ວນ​ບຸກຄົນ ​ແລະ 4 ໝູ່​ຄະນະ​​ໄດ້​ຮັບ​ລາງວັນ​ດັ່ງກ່າວ ຍ້ອນ​ໄດ້​ມີ​ການ​ປະກອບສ່ວນ​ໃນ​ການ​ຄົ້ນ​ຄ້ວາ​ວິທະຍາສາດ, ​ການ​ອອກ​ແຮງ​ງານ, ທຳ​ການ​ຜະລິດ​ໃນ​ບັນດາ​ຂົງ​ເຂດ​ຂອງ​ຊີວິດ ​ແລະ ​ໃນ​ການ​ມອບທຶນ​ສຶກສາ​​ໃຫ້​ແກ່​ນັກຮຽນ​ທຸກ​ຍາກ​ບືນ​ຕົວ​ຂຶ້ນ​ຮຳ່ຮຽນ​ເກັ່ງ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິຢວານ, ປະທານ​ຄະນະ​ກຳມະການ​ລາງວັນ KOVA ​​ໄດ້​ຍ້ອງຍໍ​ບັນດາ​ຜົນງານ​ຂອງ​ໝູ່​ຄະນະ, ສ່ວນ​ບຸກຄົນ​ທີ່​ໄດ້​ຮັບ​ລາງ​ວັນ​ໃນ​ຄັ້ງ​ນີ້ ​ແລະ ​ເນັ້ນ​ຫນັກ​ວ່າ​: ນັບ​ແຕ່​ເມື່ອ​ໄດ້​ຮັບ​ການສ້າງຂຶ້ນ​ມາ​ຮອດ​ປະຈຸ​ບັນ, ລາງວັນ KOVA ​​ແມ່ນ​ການ​ລະດົມ​ກຳລັງ​ໃຈ, ປຸກລຸກຄວາມ​ສູ້​ຊົນ​ຂອງ​ປະຊາຊົນທຸ​ກຊັ້ນ​ວັນນະ ພິ​ເສດ​ແມ່ນ​ປັນຍາ​ຊົນ, ນັກ​ສຶກສາ​ໃນ​ທົ່ວ​ປະ​ເທດ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ປາດ​ຖະຫນາ​ວ່າ ບັນດາ​ແບບຢ່າງ​ດີ​ເດັ່ນ​ທີ່​ໄດ້​ຮັບ​ລາງວັນ​ດັ່ງກ່າວ ສືບ​ຕໍ່​ແຂ່ງຂັນ, ສູ້​ຊົນ​ເພື່ອ​ປະກອບສ່ວນ​​ໃນ​ການ​ສ້າງສາ​ປະ​ເທດ​ຊາດ, ບັນດາ​ນັກ​ສຶກສາ​ບັນລຸ​ຜົນງານ​ການ​ຮຳ່ຮຽນ​ ​ແລະ ວຽກ​ງານ​ດີກ​ວ່າ.

ຂ່າວ/ບົດ​ອື່ນ