ມອບລາງວັນການເສັງປະດິດຄິດສ້າງປີ2013

ມອບລາງວັນການເສັງປະດິດຄິດສ້າງປີ2013 - ảnh 1
ການເສັງປະດິດສ້າງໄດ້ຮັບຄວາມເອົາໃຈໃສ່ຈາກປະຊາຊົນ, ນັກປະດິດສ້າງເປັນຈຳນວນຫຼວງຫຼາຍ

(vovworld) – ​ໃນ​ພິທີ​ມອບ​ລາງວັນ​ການ​ເສັງ​ປະດິດ​ຄິດ​ສ້າງປີ 2013 ໃນ​ຕອນ​ຄຳ່​ວັນທີ 9/11, ຢູ່ ນະຄອນ ​ໂຮ່ຈີ​ມິນ, ລາງວັນ​ທີ 1 ທີ່​ມີ​ມູນ​ຄ່າ 100 ລ້ານ​ດົ່ງ​ໄດ້​ມອບ​ໃຫ້ຜົນງານ​ການ​​ປະດິດ​ສ້າງ​ເຄື່ອງ​ກ່ຽວ​ຟາດ​ເຂົ້າຂອງ​ນັກ​ປະດິດ​ສ້າງ ຟ້າ​ມຮ່ວາງ​ຖັ໋ງ. ລາງວັນ​ທີ 2 ມອບ​ໃຫ້​ຜົນງານ​ການປະດິດ​ສ້າງ ລະບົບກຳຈັດ​ນ້ຳ​​​ເສຍຂອງ​ບໍລິສັດ​ລະບາຍ​ນ້ຳ ​ແລະ ພັດທະນາ​ຕົວ​ເມືອງຈຳກັດ​ແຂວງ ບ໋າ​ເຣ້ຍ - ຫວູງ​ເຕົ່າ ​ແລະ ລາງວັນ​ທີ 3 ມອບ​ໃຫ້​ຜົນງານ​ການປະດິດ​ສ້າງວົງ​ລູກ​ເຫຼົກ​ຄຳລົດຈັກ ຂອງ​ນັກ​ປະດິດ​ສ້າງ ຫງວຽນ​ຫວີງ​ເຊີນ. ອ້າຍ ຟ້າ​ມຮ່ວາງ​ຖັ໋ງ, ນັກ​ປະດິດ​ສ້າງຍາດ​ໄດ້​ລາງວັນ​ທີ 1, ​ໃຫ້​ຮູ້​ວ່າ:

    “ການ​ນຳ​ເຄື່ອງ​ຈັກ​ເຂົ້າຮັບ​ໃຊ້​ກະສິກຳ ແມ່ນ​ຈຳ​ເປັນ​ທີ່​ສຸດ ​ເພື່ອ​ຊ່ວຍ​ໃຫ້​ປະຊາຊົນ​ຫຼຸ​ດຜ່ອນ​ຄວາມ​ເສຍ​ຫາຍ​​ໃນ​ການ​ເກັບ​ກ່ຽວ, ດັ່ງ​ນັ້ນ, ຂ້າພະ​ເຈົ້າ​ຄິດ​ເຖິງ​ກິດຈະກຳ​ປະດິດ​ສ້າງ​ເຄື່ອງຈັກກ່ຽວ​ຟາດ​ເຂົ້າເພື່ອ​ຊ່ວຍ​ໃຫ້​ພໍ່​ແມ່ປະຊາຊົນຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ນັ້ນ.”

    ຜ່ານ​ເກືອ​ບ 3 ​ເດືອນ​ປຸກລະດົມ​ການ​ເສັງ, ມີ 145 ກິດຈະກຳ​ເຕັກນິກ​ຂອງ​ບັນດາ​ສ່ວນ​ບຸກຄົນ, ອົງການ​ຈັດ​ຕັ້ງ​ໃນ​ທຸກ​ແຂວງ​ພາກ​​ໃຕ້​ເຂົ້າ​ຮ່ວມ. ​ໃນ​ນັ້ນ​ມີ​ຫຼາຍ​ກິດຈະກຳປະດິດ​ສ້າງ​ມີ​ຄວາມ​ສາມາດ​ເປັນ​ໄປ​ໄດ້.

ຂ່າວ/ບົດ​ອື່ນ