ມອບລາງວັນການເສັງຫົວຄິດປະດິດສ້າງເລີ່ມທຸລະກິດສຳລັບນັກສຶກສາ

ມອບລາງວັນການເສັງຫົວຄິດປະດິດສ້າງເລີ່ມທຸລະກິດສຳລັບນັກສຶກສາ - ảnh 1
ມອບລາງວັນການເສັງຫົວຄິດປະດິດສ້າງເລີ່ມທຸລະກິດສຳລັບນັກສຶກສາ

(vovworld) - ຕອນ​ຄ່ຳ​ວັນ​ທີ 18/03, ຢູ່​ຮ່າ​ໂນ້ຍ, ​ໄດ​້ດຳ​ເນີນຮອບ​ຊິງ​ຊະນະ​ເລີດ ​ແລະ ມອບ​ລາງວັນ​​ໃຫ້ການ​ເສັງ​ແນວ​ຄວາມ​ຄິດ​ຫົວຄິດ​ປະດິດ​ສ້າງ​ເລີ່​ມທຸລະ​ກິດສຳລັບ​ນັກ​ສຶກສາ “Start – up Student Ideas” ຄັ້ງ​ທີ 1 ປີ 2016.

        ພາຍຫລັງ​ການ​ປຸກລະດົມ ​ແລະ ຜັນ​ຂະຫຍາຍ​ໃນ​ທົ່ວ​ປະ​ເທດ​ເປັນ​ເວລາ 5 ​ເດືອນ, ນັບ​ຈາກ​ແນວ​ຄວາມ​ຄິດ 570 ຢ່າງ​ທີ່​ເຂົ້າ​ຮ່ວມ​ການ​ເສັງ, ຄະນະ​ຈັດ​ຕັ້ງ​ການ​ເສັງ​ຫົວຄິດ​ປະດິດ​ສ້າງ​ເລີ່​ມທຸລະ​ກິດ​ນັກ​ສຶກສາ ​ໄດ້​ເລືອກ​ເອົາ 15 ກຸ່ມ​ນັກ​ສຶກສາ​ດ້ວຍ 15 ​ແນວ​ຄວາມ​ຄິດ​ເລີ່​ມທຸລະ​ກິດດີ​ເດັ່ນທີ່​ສຸດ ​, ​ທີ່ເປັນ​ຕົວ​ແທນ​​ໃຫ້​ນ້ຳ​ໃຈ​ເລີ່​ມທຸລະ​ກິດ, ຄວາມ​ຂະຫຍັນ​ຂັນ​ເຄື່ອນ, ມີ​ຫົວຄິດ​ປະ​ດິດສ້າງ​ຂອງ​ນັກ​ສຶກສາ ຫວຽດນາມ ພາຍ​ໃນ ​ແລະ ຕ່າງປະ​ເທດເຂົ້າ​ຮ່ວມ​ຮອບ​ຊິງ​ຊະນະ​ເລີດ. ອ້າຍ ຫງວຽນ​ມີ​ງຈ໋ຽດ ຫົວໜ້າ​ຄະນະ​ຊາວ​ໜຸ່ມ​​ໂຮງຮຽນ, ສູນ​ກາງ​​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ​ໃຫ້​ຮູ້​ວ່າ:

        “ສາມາດ​ເຫັນ​​ໄດ້ ​ບັນດາ​ຄາດໝາຍ​ທີ່​ວາງ​ອອກ​ໃນ​ເບື້ອງ​ຕົ້ນ​ຂອງ​ຄະນະ​ເລຂາ​ສູນ​ກາງ​ສະມາຄົມ ການ​ເສັງບັນລຸ​ໄດ້​ບັນດາ​ຜົນງານທີ່​ໜ້າ​ສົ່ງ​ເສີມ 600 ​ແນວ​ຄວາມ​ຄິດ​ເຂົ້າ​ຮ່ວມ​ການ​ເສັງ​ໃນ​ຄັ້ງ​ນີ້ ພ້ອມ​ກັບ​ການ​ຕີ​ລາຄາຂອງຄະນະ​ກຳມະການ, ບັນດາ​ກອງ​ທຶນ, ນັກ​ລົງທຶນ​ແມ່ນ​ກາລະ​ໂອກາດ ​ເພື່ອ​ໃຫ້​ນັກ​ສຶກສາ​ກຳ​ແໜ້ນ​​ຄວາມ​ຮຽກຮ້ອງ​ຕ້ອງການ, ຈຸດ​ດີຈຸດ​ອ່ອນ ​ເພື່ອ​ໜູນ​ຊ່ວຍ​ນັກ​ສຶກສາ. ພວກ​ຂ້າພະ​ເຈົ້າ​ຈະ​ສືບ​ຕໍ່​ຊອກຫາ, ທາ​ບທາມ​ບັນດາ​ຮູບ​ແບບຕື່ມ​ອີກ ​ເພື່ອ​ໜູນ​ຊ່ວຍ​ນັກ​ສຶກສາ​ເລີ່​ມທຸລະ​ກິດ​​ໃນ​ພາກ​ພື້ນ ​ແລະ ​ໂລກ. ​ຜ່ານ​ການ​ເສັງ ສະມາຄົມ​ນັກ​ສຶກສາປາດ​ຖະໜາ​ວ່າ​ສະມາຄົມ​ນັກ​ສຶກສາ​ທຸກ​ຂັ້ນ, ສະມາຄົມ​ນັກ​ສຶກສາ ຫວຽດນາມ ສືບ​ຕໍ່​ຮ່ວມ​ເດີນທາງ​ພ້ອມ​ກັບ​ນັກ​ສຶກສາ​ໃນ​ການ​ເລີ່​ມທຸລະ​ກິດ”.

 

ຕອບກັບ

ຂ່າວ/ບົດ​ອື່ນ