ມອບລາງວັນການແຂ່ງຂັນພາບຖ່າຍສິລະປະລະດັບຊາດ “ປະເທດຊາດຄຽງຂ້າງຟອງທະເລ” ຄັ້ງທີ 2

(VOVWORLD) - ການແຂ່ງຂັນດັ່ງກ່າວໄດ້ຮັບເກືອບ 9.600 ຜົນງານຂອງນັກຖ່າຍຮູບກວ່າ 2.500 ຄົນທີ່ມາຈາກ 36 ແຂວງ, ນະຄອນ ໃນທົ່ວປະເທດ, ເພີ່ມຂຶ້ນເກືອບທົບ 2 ເທົ່າຈຳນວນພາບຖ່າຍທີ່ສົ່ງເຂົ້າຮ່ວມການແຂ່ງຂັນເມື່ອທຽບໃສ່ປີ 2021.
ມອບລາງວັນການແຂ່ງຂັນພາບຖ່າຍສິລະປະລະດັບຊາດ “ປະເທດຊາດຄຽງຂ້າງຟອງທະເລ” ຄັ້ງທີ 2 - ảnh 1(ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຟານວັນຢາງ)

        ພິທີມອບລາງວັນການແຂ່ງຂັນ ແລະ ງານສະແດງພາບຖ່າຍສິລະປະລະດັບຊາດ ດ້ວຍຫົວຂໍ້ທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ ທີ່ມີຊື່ວ່າ “ປະເທດຊາດຄຽງຂ້າງຟອງທະເລ” ຄັ້ງທີ 2, ໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ນະຄອນ ຫາຍຟ່ອງ.

        ການແຂ່ງຂັນດັ່ງກ່າວໄດ້ຮັບເກືອບ 9.600 ຜົນງານຂອງນັກຖ່າຍຮູບກວ່າ 2.500 ຄົນທີ່ມາຈາກ 36 ແຂວງ, ນະຄອນ ໃນທົ່ວປະເທດ, ເພີ່ມຂຶ້ນເກືອບທົບ 2 ເທົ່າຈຳນວນພາບຖ່າຍທີ່ສົ່ງເຂົ້າຮ່ວມການແຂ່ງຂັນເມື່ອທຽບໃສ່ປີ 2021. ບັນດາພາບຖ່າຍສະແດງໃຫ້ເຫັນຄວາມສາມາດບົ່ມຊ້ອນ, ຄວາມງາມຂອງທະເລ, ໝູ່ເກາະຂອງ ຫວຽດນາມ, ກໍຄືບັນດາຜົນງານໃນການພັດທະນາເສດຖະກິດ - ວັດທະນະທຳ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງບັນດາເຂດທະເລ, ໝູ່ເກາະ. ສະພາກຳມະການມອບລາງວັນໄດ້ຄັດເລືອກ 22 ຜົນງານເພື່ອມອບລາງວັນ.

        ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຟານວັນຢາງ, ໃຫ້ຮູ້ວ່າ:

        “ຂ້າພະເຈົ້າສະເໜີໃຫ້ບັນດາອົງການ, ຄະນະ, ຂະແໜງການ ຈາກສູນການລົງຮອດທ້ອງຖິ່ນ ສືບຕໍ່ຍົກສູງຄວາມຮັບຮູ້ກ່ຽວກັບທີ່ຕັ້ງ, ບົດບາດ, ຄວາມສຳຄັນຂອງທະເລ, ໝູ່ເກາະທີ່ມີຕໍ່ພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ, ປຸກລຸກນ້ຳໃຈສາມັກຄີ, ນ້ຳໃຈຄວາມຮັກແພງປະເທດຊາດໃນປະຊາຊົນ ຫວຽດນາມ ແຕ່ລະຄົນ, ຮ່ວມແຮງຮ່ວມໃຈຕໍ່ໜ້າທີ່ປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະທີ່ສັກກະລະບູຊາຂອງປະເທດຊາດ.”

ຕອບກັບ

ຂ່າວ/ບົດ​ອື່ນ