ມອບລາງວັນຊາວໜຸ່ມ ອາສາສະໝັກ ອາຊຽນ ເປີດກວ້າງ 2022

(VOVWORLD) -ປີ 2022, ຄະນະຈັດຕັ້ງໄດ້ຕົກລົງມອບລາງວັນໃຫ້ 10 ສ່ວນບຸກຄົນ ແລະ 11 ອົງການຈັດຕັ້ງ.
ມອບລາງວັນຊາວໜຸ່ມ ອາສາສະໝັກ ອາຊຽນ ເປີດກວ້າງ 2022 - ảnh 1(ພິທີມອບລາງວັນ)

ຕອນຄ່ຳວັນທີ 26 ສິງຫາ, ຢູ່ ກວາງບິ່ງ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມ ຫວຽດນາມ ໄດ້ຈັດພິທີມອບລາງວັນ ຊາວໜຸ່ມອາສາສະໝັກ ອາຊຽນ ເປີດກວ້າງ 2022.

        ກ່າວຄຳເຫັນທີ່ພິທີ, ທ່ານເລຂາຜູ້ທີໜຶ່ງສູນກາງຄະນະຊາວໜຸ່ມ ບຸຍກວາງຮຸຍ ໄດ້ສະແດງຄວາມຮູ້ບຸນຄຸນບັນດາອົງການຈັດຕັ້ງ, ສ່ວນບຸກຄົນ, ສະໂມສອນ, ກຸ່ມອາສາສະໝັກ ອາຊຽນ ເປີດກວ້າງ ທີ່ບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກ, ສິ່ງອັນຕະລາຍ, ພ້ອມແລ້ວທີ່ຈະນຳໜ້າ, ຂານອາສາ, ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນໃຫ້ແກ່ການເຄື່ອນໄຫວອາສາສະໝັກເພື່ອວົງຄະນະຍາດ; ແມ່ນບັນດາຜູ້ທີ່ສວມບົດບາດສຳຄັນໃນການຊຸກຍູ້ຈິດໃຈສາມັກຄີ, ສັນຕິພາບ ແລະ ພັດທະນາຢູ່ແຕ່ລະປະເທດ ກໍຄືໃນພາກພື້ນ ອາຊຽນ ເປີດກວ້າງ.

        ປີ 2022, ຄະນະຈັດຕັ້ງໄດ້ຕົກລົງມອບລາງວັນໃຫ້ 10 ສ່ວນບຸກຄົນ ແລະ 11 ອົງການຈັດຕັ້ງ. ພ້ອມກັນນັ້ນ, 10 ປະເທດ ອາຊຽນ ຍັງມີລາງວັນສະຫງວນໃຫ້ສ່ວນບຸກຄົນ, ອົງການຈັ້ດຕັ້ງຂອງ ຍີ່ປຸ່ນ ແລະ ຈີນ ຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ