ມອບ​ລາງວັນ​ປຶ້ມລະດັບ​ຊາດ​ຄັ້ງ​ທີ 2: ທະວີ​ຄູນ​ບັນດາ​ຄຸນຄ່າ​ດ້ານ​ພູມ​ປັນຍາ ​ແລະ ວັດທະນະ​ທໍາ​ໃນ​ຊີວິດ​ສັງຄົມ

(VOVWORLD) -  ພິທີມອບລາງວັນປຶ້ມລະດັບຊາດ ຄັ້ງທີ 2 ໂດຍສະມາຄົມຈັດພິມຈໍາໜ່າຍຫວຽດນາມ ແລະ ສະພາລາງວັນປຶ້ມລະດັບຊາດ ຈັດຂຶ້ນໃນຕອນຄໍ່າວັນທີ 26 ທັນວາ ຢູ່ຮ່າໂນ້ຍ. 
ມອບ​ລາງວັນ​ປຶ້ມລະດັບ​ຊາດ​ຄັ້ງ​ທີ 2: ທະວີ​ຄູນ​ບັນດາ​ຄຸນຄ່າ​ດ້ານ​ພູມ​ປັນຍາ ​ແລະ ວັດທະນະ​ທໍາ​ໃນ​ຊີວິດ​ສັງຄົມ - ảnh 1ທ່ານ ຫວໍວັນເຖື໋ອງ ຫົວໜ້າຄະນະໂຄສະນາສຶກສາສູນກາງ ພັກກອມມູນິດຫວຽດນາມ ມອບລາງວັນ A ທີ່ພິທີ (ພາບ: TTXVN)

      ທ່ານ ຫວໍວັນເຖື໋ອງ ຫົວໜ້າຄະນະໂຄສະນາສຶກສາສູນກາງ ພັກກອມມູນິດຫວຽດນາມ ເຂົ້າຮ່ວມພິທີ. ຕາມນັ້ນແລ້ວ, ລາງວັນ A 2 ລາງວັນ ໄດ້ມອບໃຫ້ແກ່ປະມວນປຶ້ມ 2 ຊຸດທີ່ມີຊື່ວ່າ: “ສັດ ແລະ ພຶກສາຊາດຫວຽດນາມ” ແລະ “ເຂດດິນແດນພາກໃຕ້ - ວິວັດແຫ່ງການສ້າງຕັ້ງ ແລະ ພັດທະນາ”.  ຄະນະຈັດຕັ້ງກໍໄດ້ມອບລາງວັນ B 13 ລາງວັນ ແລະ ລາງວັນ C 12 ລາງວັນໃຫ້ແກ່ປຶ້ມ, ປະມວນປ້ຶມຕ່າງໆທີ່ດີເດັ່ນອີກດ້ວຍ. ກ່າວຄໍາເຫັນທີ່ພິທີ, ທ່ານ ຫວໍວັນເຖ໋ືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ເນັ້ນໜັກວ່າ ລາງວັນດັ່ງກ່າວ ເປັນການຢັ້ງຢືນຄຸນຄ່າຂອງປຶ້ມ ທີ່ມີຕໍ່ຊີວິດສັງຄົມ; ສົ່ງເສີມ ແລະ ເຊີດຊູບັນດາຜູ້ຂຽນ, ຜູ້ແຕ່ງ, ຜູ້ແປ, ນັກຄົ້ນຄວ້າ, ກໍຄື ຜູ້ສະສົມເກັບກໍາ, ສໍານັກພິມຈໍາໜ່າຍ ແລະ ບັນດາຫົວໜ່ວຍຜະລິດປຶ້ມຕ່າງໆ. 

ຕອບກັບ

ຂ່າວ/ບົດ​ອື່ນ