ມອບລາງວັນໃຫ້ແກ່ 28 ບົດປະພັນທິດສະດີ, ວິຈານວັນນະຄະດີ, ສິລະປະທີ່ດີເດັ່ນ

(VOVWORLD) -ຕອນຄ່ຳວັນທີ 25 ມິຖຸນາ, ຢູ່ຮ່າໂນ້ຍ, ສະພາທິດສະດີ, ວິຈານວັນນະຄະດີ, ສິລະປະສູນກາງ ໄດ້ຈັດພິທີມອບລາງວັນໃຫ້ບັນດາບົດປະພັນທິດສະດີ, ວິຈານວັນນະຄະດີ, ສິລະປະພິມຈຳໜ່າຍປີ 2016 – 2017. ໂດຍເຂົ້າຮ່ວມໃນພິທີມີການຫົວໜ້າຄະນະໂຄສະນາສຶກສາສູນກາງ ຫວໍວັນເທືອງ.
ມອບລາງວັນໃຫ້ແກ່ 28 ບົດປະພັນທິດສະດີ, ວິຈານວັນນະຄະດີ, ສິລະປະທີ່ດີເດັ່ນ - ảnh 1 (ມອບລາງວັນໃຫ້ແກ່ 28 ບົດປະພັນທິດສະດີ, ວິຈານວັນນະຄະດີ, ສິລະປະທີ່ດີເດັ່ນ)

ປີນີ້, ມີນັກປະພັນ 28 ທ່ານໄດ້ຮັບການເຊີດຊູທີ່ມີບັນດາບົດປະພັນທິດສະດີ, ວິຈານວັນນະຄະດີ, ສິລະປະດີເດັ່ນ ພິມຈຳໜ່າຍປີ 2016 – 2017. ນີ້ແມ່ນລາງວັນຂອງຄະນະເລຂາສູນກາງພັກ ທີ່ສະຫງວນໃຫ້ບັນດາບົດປະພັນທິດສະດີ, ວິຈານວັນນະຄະດີ, ສິລະປະ ໃນການເຄື່ອນໄຫວຢ່າງມີຫົວຄິດປະດິດສ້າງ. ກ່າວຄຳເຫັນທີ່ພິທີ, ທ່ານຮອງສາດສະດາຈານ, ປະລິຍາເອກ ຟານຈ້ອງເທືອງ, ຮອງປະທານຜູ້ປະຈຳການສະພາທິດສະດີ, ວິຈານວັນນະຄະດີ, ສິລະປະສູນກາງ, ເນັ້ນໜັກວ່າ.

      “ໝາກຜົນຂອງບັນດາການມອບລາງວັນກ່ອນນີ້ໄດ້ຊີ້ໃຫ້ເຫັນວ່າ, ບົດປະພັນສ່ວນຫຼາຍໄດ້ຮັບລາງວັນລ້ວນແຕ່ເສີມຂະຫຍາຍຜົນປະໂຫຍດຢ່າງຕັ້ງໜ້າໃນຊີວິດທາງດ້ານວັດນະຄະດີ, ສິລະປະທີ່ໂດຍວົງການນັກຄົ້ນຄວ້າທິດສະດີໄດ້ວິຈານ ແລະ ມະຫາຊົນຮັບຮູ້, ປະກອບສ່ວນຮັກສາຄຸນຄ່າ, ການກຳນົດທິດການເຄື່ອນໄຫວຢ່າງມີຫົວຄິດປະດິດສ້າງ. ສະພາທິດສະດີ, ວິຈານວັນນະຄະດີ, ສິລະປະສູນກາງ ໄດ້ສ້າງສຳເລັດກົດລະບຽບ, ຂັ້ນຕອນພິຈາລະນາເພື່ອມອບລາງວັນ ໂດຍຕອບສະໜອງຄວາມຮຽກຮ້ອງໃຫ້ມີຄວາມຍຸຕິທຳ, ເປີດເຜີຍ, ມີປະຊາທິປະໄຕ, ກະຈ່າງແຈ້ງ, ດຶງດູດບັນດາອົງການຈັດຕັ້ງ, ສ່ວນບຸກຄົນເຂົ້າຮ່ວມ, ຮັບປະກັນອິດທິພົນຊື່ສຽງຂອງລາງວັນ.”

ຕອບກັບ

ຂ່າວ/ບົດ​ອື່ນ