ມອບຫຼຽນກາທີ່ລະນຶກເພື່ອພາລະກິດກະສິກຳໃຫ້ອະດີດຜູ້ອຳນວຍການທະນາຄານໂລກປະຈຳຫວຽດນາມ

ມອບຫຼຽນກາທີ່ລະນຶກເພື່ອພາລະກິດກະສິກຳໃຫ້ອະດີດຜູ້ອຳນວຍການທະນາຄານໂລກປະຈຳຫວຽດນາມ - ảnh 1
(ທ່ານ ກາວ​ດຶກ​ຟາດ ​ມອບຫຼຽນ​ກາ​ທີ່​ລະ​ນຶກ
ໃຫ້​ທ່ານ​ ນາງ Victoria Kwakwa)

(vovworld) –​ ໃນ​ຕອນ​ບ່າຍ​ ວັນ​ທີ 7/6, ຢູ່​ຮ່າ​ໂນ້ຍ​, ທ່ານ ກາວ​ດຶກ​ຟາດ ລັດ​ຖະ​ມົນ​ຕີ​ກະ​ຊວງກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ ຫວຽດນາມ ໄດ້​ມອບຫຼຽນ​ກາ​ທີ່​ລະ​ນຶກ “ເພື່ອ​ພາ​ລະ​ກິດ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ຫວຽດ​ນາມ” ໃຫ້​ທ່ານ​ ນາງ Victoria Kwakwa, ຮອງ​ຜູ້​ອຳ​ນວຍ​ການທະ​ນາ​ຄານ​ໂລກ ​​ຮັບ​ຜິດ​ຊອບ​ຂົງ​ເຂດ​ອາ​ຊີ​ຕາ​ເວັນ​ອອກ​-​ປາ​ຊີ​ຟິກ, ອະ​​ດີດ​​ຜູ້ອຳ​ນວຍ​ການ ທະ​ນາ​ຄານ​ໂລກ​ ປະ​ຈຳ​ ຫວ​ຽດ​ນາມ, ​ຍ້ອນ​ມີ​ບັ​ນ​ດາ​ການ​ປະ​ກອບ​ສ່ວນ​ສຳ​ຄັນ ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂະ​ແໜງ​ກະ​ສິ​ກຳ​ ຫວຽດ​ນາມ ໃນ​ໄລ​ຍະ​ຜ່ານ​ມາ.

        ກ່າວ​ຄວາມ​ເຫັນ​ທີ່​ພິ​ທີ, ທ່ານ ກາວ​ດຶກ​ຟາດ ລັດ​ຖະ​ມົນ​ຕີ​ກະ​ຊວງກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ ຫວຽດນາມ ຢັ້ງ​ຢືນ​ວ່າ: ບັ​ນ​ດາ​ການ​ປະ​ກອບ​ສ​່ວນ​ຂອງ ທ່ານ ນາງ Victoria Kwakwa ມີ​ຄວາມ​ໝາຍ​ສຳ​ຄັນ ສຳ​ລັບ​ການ​ພັດ​ທະ​ນາ ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ ຂອງຫວຽດ​ນາມ. ນັບ​ແຕ່​​ເວ​ລາ ທ່ານ ນາງ Victoria Kwakwa ຮັບ​ໜ້າ​​ທີ່ດຳ​ລົງ​ຕຳ​ແໜ່ງ​ເປັນ ຜູ້ອຳ​ນວຍ​ການທະ​ນາ​ຄານ​ໂລກ​ ປະ​ຈຳ​ ຫວ​ຽດ​ນາມ, ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​​ຫວຽດ​ນາມ ໄດ້​ຮັບ​​ແຫຼ່ງ​ທຶນ​ຊ່ວຍ​ເຫຼືອ​ ຈາກ​ທະ​ນາ​ຄານ​ໂລກ ດ້ວຍ​ຍອດ​ຈຳ​ນວນ​ເງິນ​ປະ​ມານ 1 ຕື້ 950  ລ້ານ USD ໃນ​ບັນ​ດາ​ຂົງ​ເຂດ ກະ​ສິ​ກຳ, ປ່າ​ໄມ້, ຊົນ​ລະ​ປະ​ທານ, ນ້ຳ​ສະ​ອາດ​ເຂດ​ຊົນ​ນະ​ບົດ, ​ປ້ອງ​ກັນ ແລະ ຕ້ານ​ໄພ​ທຳ​ມະ​ຊາດ. ບັນ​ດາ​ກິດ​ຈະ​ກຳ, ໂຄງ​ການ ​ໄດ້ປະ​ກອບ​ສ່ວ​ນ ດ້ານ​ແຫຼ່ງ​ກຳ​ລັງ​ທີ່​ສຳ​ຄັນ ເຂົ້າໃນ​​ຍອດ​ແຫຼ່ງ​ເງິນ​ລົງ​ທຶນ ແລະ ການພັດ​ທະ​ນາ​ ຂອງ​ຂະ​ແໜງ​ກະ​ສິ​ກຳ.

 

 

ຂ່າວ/ບົດ​ອື່ນ