ມອບຫຼຽນກາທີ່ລະນຶກ“ເພື່ອພາລະກິດສານ”ໃຫ້ຜູ້ຕາງໜ້າບັນດາອົງການສຳນັກງານການທູດ

ມອບຫຼຽນກາທີ່ລະນຶກ“ເພື່ອພາລະກິດສານ”ໃຫ້ຜູ້ຕາງໜ້າບັນດາອົງການສຳນັກງານການທູດ - ảnh 1

ພິທີມອບ​ຫຼຽນ​ກາທີ່ລະ​ນຶກ“​ເພື່ອ​ພາລະກິດ​ສານ”​
ໃຫ້​ຜູ້ຕາງໜ້າ​ບັນດາ​ອົງການ​ສຳນັກງານ​ການ​ທູດ
(ພາບ: doantan/TTXVN)

(vovworld) –​​​ ​ ຕອນ​ບ່າຍ​ວັນ​ທີ 15/9, ຢູ່​ຮ້າ​ໂນ້ຍ, ສານ​ປະຊາຊົນ​ສູງ​ສຸດ​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນກັບ​ຜູ້ຕາງໜ້າ​ບັນດາ​ອົງການ​ສຳນັກງານ​ການ​ທູດ ​ແລະ ອົງການຈັດ​ຕັ້ງ​ສາກົນ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ມູນ​ເຊື້ອຂອງ​ສານ​ປະຊາຊົນ​ສູງ​ສຸດ ຫວຽດນາມ ​ແລະ ມອບ​ຫຼຽນ​ກາທີ່ລະ​ນຶກ “​ເພື່ອ​ພາລະກິດ​ສານ” ​ໃຫ້​ 57 ສ່ວນ​ບຸກຄົ​ນ​ເປັນ​ຕົວ​ແທນຂອງ​ບັນດາ​ອົງການສຳນັກງານ​ການ​ທູດ​ປະຈຳ ຫວຽດນາມ, ຊຶ່ງ​ມີ​ຜົນງານ​ທີ່​ດີ​ເດັ່ນ​ໃນ​ການ​ພັດທະນາ​ລະບົບ​ຂອງ​ສານ ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ປະທານ​ສານ​ປະຊາຊົນ​ສູງ​ສຸດ ​ເຈືອງ​ຮ່ວາ​ບິ່ງ ຖື​ວ່າ: ຄວາມ​ຊ່ວຍ​ເຫຼືອ​ຈາກ​ບັນດາ​ນັກ​ອຸປະຖຳ​ຕ່າງປະ​ເທດ ​ໄດ້​ປະກອບສ່ວນ​ຊ່ວຍ​ສານ​ປະຊາຊົນ ຫວຽດນາມ ຍົກ​ສູງ​ຄຸນ​ນະພາ​ບຖັນ​ແຖວ​ຜູ້​ພິພາກສາ, ປັບປຸງ​ກົງຈັກ, ຍົດ​ສູງ​ຄຸນ​ນະພາ​ບການພິພາກສາ. ທ່ານ ​ເຈືອງ​ຮ່ວາ​ບິ່ງ ຊີ້​ແຈ້ງວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ສານ​ປະຊາຊົນ​ສູງ​ສຸດ ຈະ​ສືບ​ຕໍ່​ເດີນ​ຕາມ​​ເປົ້າໝາຍ​ເພີ່ມ​ທະວີຄວາມ​ສາມາດ​ຂອງຖັນ​ແຖວ​ຜູ້​ພິພາກສາ, ​ເຮັດ​ໃຫ້​ບັນດາ​ການ​ເຄື່ອນ​ໄຫວ​ຕຸລາການ​ເປັນ​ກະ​ຈ່າງ​ແຈ້ງ, ນຳ​ໃຊ້​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ພິພາກສາ, ພ້ອມ​ທັງເພີ່ມ​ທະວີ​ສຳ​ພັດ​ດ້ານຍຸຕິ​ທຳ​ຂອງ​ປະຊາຊົນ, ຍົກ​ສູງ​ຄຸນ​ນະພາ​ບການພິພາກສາ.

 

ຂ່າວ/ບົດ​ອື່ນ