ມອບຫຼຽນກາມິດຕະພາບໃຫ້ຜູ້ອຳນວຍການສູນວິທະຍາສາດແລະວັດທະນະທຳລັດເຊຍ

ມອບຫຼຽນກາມິດຕະພາບໃຫ້ຜູ້ອຳນວຍການສູນວິທະຍາສາດແລະວັດທະນະທຳລັດເຊຍ - ảnh 1
ມອບຫຼຽນກາມິດຕະພາບໃຫ້ຜູ້ອຳນວຍການສູນວິທະຍາສາດແລະ
ວັດທະນະທຳລັດເຊຍ
(ພ​າບ: dangcongsan.vn)

(vovworld) – ຕອນ​ບ່າຍ​ວັນ​ທີ 27/2, ຢູ່​ຮ່າ​ໂນ້ຍ, ໂດຍ​ໄດ້​ຮັບ​ການມອບ​ໝາຍ​ຈາກ​ປ​ະ​ທານ​ປະ​ເທດ, ທ່ານ​ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ ຫວູ​ຊວນ​ຮົ່ງ ໄດ້​ມອບຫຼຽນ​ກາ​ມິດ​ຕະ​ພາບ​ໃຫ້​ທ່ານ Lavreniev Alekxei Iurievich, ຜູ້​ອຳ​ນວຍ​ການ​ສູນ​ວິ​ທະ​ຍາ​ສາດ ແລະ ວັດ​ທະ​ນະ​ທຳ ລັດ​ເຊຍ ປະ​ຈຳ ຮ່າ​ໂນ້ຍ, ຍ້ອນ​ມີ​ການ​ປະ​ກອບ​ສ່ວນ​ຕັ້ງ​ໜ້າ, ມີ​ປະ​ສິດ​ທິ​ຜົນຫຼາຍ​ຢ່າງ​ໃນ​ບັນ​ດາ​ຂົງ​ເຂດ​ວັດ​ທະ​ນະ​ທຳ, ວິ​ທ​ະ​ຍາ​ສາດ, ເສດ​ຖະ​ກິດ, ການ​ສຶກ​ສາ ແລະ ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ​ລະ​ຫວ່າງ ຫວຽດ​ນາມ ແລະ ສະ​ຫະ​ພັນ ລັດ​ເຊຍ. ທ່ານ ຫວູ​ຊວນ​ຮົ່ງ ເຊື່ອ​ໝັ້ນ​ວ່າ: ໃນ​ໄລ​ຍະ​ຈະ​ມາ​ເຖິງ, ໃນ​ຖາ​ນະ​ຕຳ​ແໜ່ງ​ໃໝ່, ທ່ານ Lavreniev Alekxei Iurievich ຈະ​ສືບ​ຕໍ່​ປະ​ກອບ​ສ່ວນເຂົ້າ​ໃນ​ການ​ປັບ​ປຸງ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ສະ​ຫະ​ພັນ ລັດ​ເຊຍ.

        ສ່ວນ​ທ່ານ Lavreniev Alekxei Iurievich ສະ​ແດງ​ຄວາມ​ເປັນ​ກຽດ​ເມື່ອ​ໄດ້​ຮັບຫຼຽນ​ກາ​ມິດ​ຕະ​ພາບ​ ແລະ ຖື​ວ່າ: ຂອງ​ຂວັນ​ອັນ​ສູງ​ສົ່ງ​ນີ້​ກໍ່​ແມ່ນ​ການ​ຮັບ​ຮູ້​ຂອງ​​ລັດ ຫວຽດ​ນາມ ສຳ​ລັບ​ສູນ​ວິ​ທະ​ຍາ​ສາດ ແລະ ວັດ​ທະ​ນະ​ທຳ ລັດ​ເຊຍ ປະ​ຈຳ ຮ່າ​ໂນ້ຍ.

 


ຂ່າວ/ບົດ​ອື່ນ